Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:27 - ພຣະຄຳພີສັກສິ

27 ເຫດສະນັ້ນ ຈຶ່ງ​ມີ​ນັກ​ກະວີ​ໄດ້​ປະພັນ​ເພງ​ໄວ້​ວ່າ “ເຊີນ​ມາ​ທີ່​ເຮັດຊະໂບນ ເຈົ້າສີໂຫນ​ພະນະຄອນ ມາ​ບຸຣະນະ​ສ້ອມແປງ ສ້າງ​ນະຄອນ​ເພພັງ​ຂຶ້ນ​ໃໝ່.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:27
6 Jak'a apnaqawi uñst'ayäwi  

ມາບັດນີ້ ກຳແພງ​ທີ່ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ກໍ​ສຳເລັດ​ແລ້ວ ປະຕູ​ທັງໝົດ​ໄດ້​ຖືກ​ຕັ້ງ​ຂຶ້ນ​ຕາມ​ບ່ອນ​ຂອງ​ມັນ ແລະ​ຜູ້ເຝົ້າຍາມ​ພຣະວິຫານ, ສະມາຊິກ​ຂອງ​ກຸ່ມ​ຮ້ອງເພງ​ສັນລະເສີນ ແລະ​ຊາວ​ເລວີ​ອື່ນໆ​ກໍໄດ້​ຮັບ​ມອບໝາຍ​ໜ້າວຽກ​ຂອງ​ພວກ​ຕົນ.


ເມື່ອ​ພຣະອົງ​ກະທຳ​ການ​ນັ້ນ ພວກເຂົາ​ຈະ​ເວົ້າ​ເຍາະເຍິ້ຍ​ກະສັດ​ແຫ່ງ​ບາບີໂລນ​ວ່າ: “ກະສັດ​ຜູ້​ຮ້າຍກາດ​ໄດ້​ລົ້ມລົງ​ແລ້ວ ເພິ່ນ​ຈະ​ບໍ່ໄດ້​ກົດຂີ່​ຜູ້ໃດ​ຜູ້ໜຶ່ງ​ອີກ​ຕໍ່ໄປ


ປະຊາຊົນ​ທີ່​ຖືກ​ຄອບຄອງ​ນັ້ນ ພວກເຂົາ​ຈະ​ປ້ອຍດ່າ​ແລະ​ດູຖູກ​ຢຽບຫຍາມ​ພວກ​ທີ່​ຄອບຄອງ​ພວກຕົນ ແລະ​ສະແດງ​ທ່າທີ​ຫຍໍ້ຫຍັນ​ໃສ່​ພວກເຂົາ​ໂດຍ​ຈະ​ເວົ້າ​ວ່າ, “ພວກສູ​ໄດ້​ເອົາ​ຂອງ​ຜູ້ອື່ນ​ມາ​ເປັນ​ຂອງຕົນ ແຕ່​ເຄາະກຳ​ຈະ​ເປັນ​ຂອງ​ພວກສູ ພວກສູ​ຈະ​ສ້າງຮັ່ງ​ຄູນມີ​ອີກ​ດົນນານ​ປານໃດ ໂດຍ​ບັງຄັບ​ລູກໜີ້​ໃຫ້​ຊຳລະ​ໜີ້ສິນ​ໝົດ?”


ດ້ວຍເຫດນີ້ ປື້ມ​ບັນທຶກ​ແຫ່ງ​ບັ້ນຮົບ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ຈຶ່ງ​ມີ​ຄຳ​ຂຽນ​ໄວ້​ວ່າ, “...ເມືອງ​ຂອງ​ວາເຮັບ​ໃນ​ເຂດ​ຂອງ​ຊູຟາ​ແລະ​ຮ່ອມພູ​ທັງຫລາຍ ແມ່ນໍ້າ​ອາກໂນນ


ເຮັດຊະໂບນ​ເປັນ​ເມືອງ​ຫລວງ​ຂອງ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ; ເພິ່ນ​ໄດ້​ຊະນະ​ກະສັດ​ແຫ່ງ​ໂມອາບ​ຄົນ​ກ່ອນ ແລ້ວ​ກໍ​ຢຶດຄອງ​ເອົາ​ດິນແດນ​ທັງໝົດ​ມາ​ປົກຄອງ ຈົນ​ຮອດ​ແມ່ນໍ້າ​ອາກໂນນ.


ມີ​ຄັ້ງໜຶ່ງ​ໃນ​ນະຄອນນີ້​ ທີ່​ມີ​ຊື່​ວ່າ​ເຮັດຊະໂບນ; ກອງທັບ​ເຈົ້າສີໂຫນ ໄດ້​ຮຸກຮານ​ລາມ​ໄປ​ດັ່ງ​ໄຟ​ໄໝ້ ແລະ​ໄດ້​ທຳລາຍ​ເມືອງ​ອາຣະ ໃນ​ດິນແດນ​ໂມອາບ​ຈົນ​ໝົດ; ພ້ອມ​ທັງ​ກືນກິນ ອາກໂນນ ເມືອງ​ໂພນ​ພູດອຍ​ເຜົາຜານ​ກ້ຽງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka