Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:26 - ພຣະຄຳພີສັກສິ

26 ເຮັດຊະໂບນ​ເປັນ​ເມືອງ​ຫລວງ​ຂອງ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ; ເພິ່ນ​ໄດ້​ຊະນະ​ກະສັດ​ແຫ່ງ​ໂມອາບ​ຄົນ​ກ່ອນ ແລ້ວ​ກໍ​ຢຶດຄອງ​ເອົາ​ດິນແດນ​ທັງໝົດ​ມາ​ປົກຄອງ ຈົນ​ຮອດ​ແມ່ນໍ້າ​ອາກໂນນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:26
13 Jak'a apnaqawi uñst'ayäwi  

ລຳຄໍ​ນ້ອງ​ກໍ​ເປັນ​ດັ່ງ​ຫໍຄອຍ​ສູງ ຊຶ່ງ​ກ້ຽງ​ກົມ ແລະ​ຂາວ​ງາມ​ດັ່ງ​ງາ​ຊ້າງ. ຕາ​ນ້ອງ​ທັງສອງ​ເປັນ​ດັ່ງ​ສະ​ນໍ້າ​ທີ່​ເຮັດຊະໂບນ ທີ່​ຢູ່​ໃກ້​ປະຕູ​ເຂົ້າ​ໄປ​ສູ່​ເມືອງ​ໃຫຍ່​ນັ້ນ. ດັງ​ນ້ອງ​ກໍ​ງາມ​ດັ່ງ​ຫໍຄອຍ​ສູງ​ທີ່​ເລບານອນ ທີ່​ເປັນ​ບ່ອນ​ເຝົ້າຍາມ​ຢູ່​ກົງກັບ​ດາມັສກັດ​ພຸ້ນ.


ສ່ວນ​ຫົວ​ນ້ອງ​ນັ້ນ​ສູງ​ສົ່ງ​ຢ່າງ​ຜຶງຜາຍ ສູງ​ດັ່ງ​ພູ​ກາເມນ​ທີ່​ຕັ້ງ​ຢູ່​ຢ່າງ​ສູງສົ່ງ. ຜົມເປຍ​ນ້ອງ​ສີແດງເຂັ້ມ​ເປັນ​ສີສັນ​ງາມ​ສະຫງ່າ ຄວາມ​ງາມນັ້ນ ເຮັດ​ໃຫ້​ກະສັດ​ຄົນ​ໜຶ່ງ​ຕົກ​ເປັນ​ຈຳເລີຍ.


ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.


ພວກເຂົາ​ຈະ​ຕອບ​ວ່າ, ‘ໂມອາບ​ແຕກ​ແລ້ວ​ເດ ເປັນ​ໜ້າອັບອາຍ​ຫລາຍ ແລະ​ທຸກໃຈ​ແທ້ໆ. ຈົ່ງ​ໄປ​ປະກາດ​ຕາມ​ແຄມ​ແມ່ນໍ້າ​ອາກໂນນ​ວ່າ ດິນແດນ​ໂມອາບ​ໄດ້​ເຖິງ​ທີ່​ປະລາໄຊ​ແລ້ວ.’


ພວກ​ອົບພະຍົບ​ຫລົບໄພ​ທີ່​ໝົດ​ຊ່ອງທາງ ພະຍາຍາມ​ຫາ​ທີ່​ປົກປ້ອງ​ຄຸ້ມຄອງ​ຢູ່​ໃນ​ເຮັດຊະໂບນ ຄື​ນະຄອນ​ຊຶ່ງ​ຄັ້ງ​ໜຶ່ງ​ກະສັດ​ສີໂຫນ​ໄດ້​ປົກຄອງ ແຕ່​ເມືອງ​ນີ້​ກໍ​ຖືກ​ເຜົາຜານ. ໄຟ​ໄດ້​ໄໝ້​ເຂດແດນ ແລະ​ພູ​ສູງ​ຂອງ​ປະຊາຊົນ​ໂມອາບ​ຜູ້​ມັກ​ສົງຄາມ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຢຶດເອົາ​ໝົດ​ທຸກ​ເມືອງ​ຂອງ​ຊາວ​ອາໂມ ພ້ອມ​ທັງ​ເຮັດຊະໂບນ​ກັບ​ເມືອງ​ທີ່​ອ້ອມແອ້ມ​ດ້ວຍ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ.


ເຫດສະນັ້ນ ຈຶ່ງ​ມີ​ນັກ​ກະວີ​ໄດ້​ປະພັນ​ເພງ​ໄວ້​ວ່າ “ເຊີນ​ມາ​ທີ່​ເຮັດຊະໂບນ ເຈົ້າສີໂຫນ​ພະນະຄອນ ມາ​ບຸຣະນະ​ສ້ອມແປງ ສ້າງ​ນະຄອນ​ເພພັງ​ຂຶ້ນ​ໃໝ່.


ເຫດການ​ນີ້​ເກີດຂຶ້ນ​ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ຊະນະ​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ເຮັດຊະໂບນ ແລະ​ເຈົ້າໂອກ​ກະສັດ​ຊາວ​ບາຊານ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ອັດຊະຕາໂຣດ​ແລະ​ເອັດເຣອີ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ຢູ່​ທີ່​ແຄມ​ຮ່ອມພູ​ອາກໂນນ) ແລະ​ໄປ​ຈົນເຖິງ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ຕະຫລອດ​ທັງ​ພູພຽງ​ທັງໝົດ ທີ່​ຢູ່​ອ້ອມແອ້ມ​ເມືອງ​ເມເດບາ.


ດິນແດນ​ສ່ວນ​ນີ້​ກວມເອົາ​ທັງ​ເມືອງ​ເຮັດຊະໂບນ ແລະ​ເມືອງ​ຕ່າງໆ​ທີ່​ພູພຽງ​ນີ້ ມີ​ດັ່ງນີ້, ດີໂບນ, ບາມົດ​ບາອານ, ເບັດ​ບາອານ​ເມໂອນ,


ເຂດແດນ​ຂອງ​ພວກເຂົາ​ນັ້ນ ມີ​ດັ່ງນີ້: ຢາເຊ​ແລະ​ເມືອງ​ທັງໝົດ​ຕາມ​ພູ​ກີເລອາດ, ດິນແດນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ອຳໂມນ​ໄປ​ຈົນເຖິງ​ເມືອງ​ອາໂຣເອ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຣັບບາ


ເຮັດຊະໂບນ ແລະ​ຢາເຊ ພ້ອມ​ທັງ​ທົ່ງຫຍ້າ.


ມັນ​ເປັນ​ເວລາ​ເຖິງ​ສາມຮ້ອຍ​ປີ​ຜ່ານ​ມາ​ແລ້ວ ທີ່​ຊາດ​ອິດສະຣາເອນ​ໄດ້​ຄອບຄອງ​ເຮັດຊະໂບນ​ແລະ​ອາໂຣເອ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ຫົວເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ແຄມຝັ່ງ​ຂອງ​ຫ້ວຍນໍ້າ​ອາກໂນນ. ຕະຫລອດ​ເວລາ​ທີ່​ຜ່ານ​ມາ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ຢຶດ​ຄືນ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka