Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:25 - ພຣະຄຳພີສັກສິ

25 ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຢຶດເອົາ​ໝົດ​ທຸກ​ເມືອງ​ຂອງ​ຊາວ​ອາໂມ ພ້ອມ​ທັງ​ເຮັດຊະໂບນ​ກັບ​ເມືອງ​ທີ່​ອ້ອມແອ້ມ​ດ້ວຍ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:25
17 Jak'a apnaqawi uñst'ayäwi  

ລຳຄໍ​ນ້ອງ​ກໍ​ເປັນ​ດັ່ງ​ຫໍຄອຍ​ສູງ ຊຶ່ງ​ກ້ຽງ​ກົມ ແລະ​ຂາວ​ງາມ​ດັ່ງ​ງາ​ຊ້າງ. ຕາ​ນ້ອງ​ທັງສອງ​ເປັນ​ດັ່ງ​ສະ​ນໍ້າ​ທີ່​ເຮັດຊະໂບນ ທີ່​ຢູ່​ໃກ້​ປະຕູ​ເຂົ້າ​ໄປ​ສູ່​ເມືອງ​ໃຫຍ່​ນັ້ນ. ດັງ​ນ້ອງ​ກໍ​ງາມ​ດັ່ງ​ຫໍຄອຍ​ສູງ​ທີ່​ເລບານອນ ທີ່​ເປັນ​ບ່ອນ​ເຝົ້າຍາມ​ຢູ່​ກົງກັບ​ດາມັສກັດ​ພຸ້ນ.


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຮ້ອງໄຫ້​ແຮງ​ຈົນ​ສຽງດັງ​ໄປ​ກາຍ​ເມືອງ​ຢາຮາດ. ແມ່ນແຕ່​ພວກ​ທະຫານ​ກໍ​ສັ່ນເຊັນ​ຈົນ​ໝົດ​ຄວາມ​ກ້າຫານ.


ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ ແລະ​ເອເລອາເລ​ຮ້ອງ​ອອກ​ມາ ແລະ​ສຽງ​ຮ້ອງ​ຂອງ​ພວກເຂົາ​ກໍ​ໄດ້​ຍິນ​ເຖິງ​ເມືອງ​ຢາຮາດ; ແລະ​ປະຊາຊົນ​ເມືອງ​ໂຊອາ​ກໍ​ໄດ້​ຍິນ ແລະ​ສຽງ​ນັ້ນ​ໄດ້ຍິນ​ໄປ​ຮອດ​ເມືອງ​ໂຮໂຣນາອິມ ແລະ​ເອັກລາດ-ເຊລີຊີຢາ. ແມ່ນແຕ່​ຫ້ວຍນໍ້າ​ນິມຣິມ​ກໍ​ບົກ​ລົງ.


ພວກ​ອົບພະຍົບ​ຫລົບໄພ​ທີ່​ໝົດ​ຊ່ອງທາງ ພະຍາຍາມ​ຫາ​ທີ່​ປົກປ້ອງ​ຄຸ້ມຄອງ​ຢູ່​ໃນ​ເຮັດຊະໂບນ ຄື​ນະຄອນ​ຊຶ່ງ​ຄັ້ງ​ໜຶ່ງ​ກະສັດ​ສີໂຫນ​ໄດ້​ປົກຄອງ ແຕ່​ເມືອງ​ນີ້​ກໍ​ຖືກ​ເຜົາຜານ. ໄຟ​ໄດ້​ໄໝ້​ເຂດແດນ ແລະ​ພູ​ສູງ​ຂອງ​ປະຊາຊົນ​ໂມອາບ​ຜູ້​ມັກ​ສົງຄາມ.


ເອື້ອຍ​ກົກ​ຂອງ​ເຈົ້າ​ແມ່ນ​ຊາມາເຣຍ​ຄື​ຢູ່​ທາງ​ທິດເໜືອ ໄດ້​ມີ​ໝູ່ບ້ານ​ຂອງ​ຕົນເອງ. ສ່ວນ​ນ້ອງສາວ​ຂອງເຈົ້າ​ແມ່ນ​ໂຊໂດມ​ຄື​ຢູ່​ທາງ​ທິດໃຕ້ ກໍ​ມີ​ໝູ່ບ້ານ​ຂອງຕົນເອງ.


ນາງ​ກັບ​ພວກ​ນ້ອງສາວ​ຂອງ​ນາງ​ຕ່າງ​ກໍ​ອວດຕົວ ຍ້ອນ​ພວກເຂົາ​ມີຢູ່​ມີກິນ​ຢ່າງ​ຫລວງຫລາຍ​ແລະ​ສະໜຸກ​ສຸກ​ສະບາຍ​ທັງ​ຢູ່​ຢ່າງ​ສະຫງົບສຸກ ແຕ່​ພວກເຂົາ​ບໍ່ໄດ້​ເບິ່ງແຍງ​ຄົນ​ຍາກຈົນ​ແລະ​ຄົນ​ຂັດສົນ.


ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ ຄື​ເມືອງ​ໂຊໂດມ​ກັບ​ໝູ່ບ້ານ​ຕ່າງໆ ແລະ​ເມືອງ​ຊາມາເຣຍ​ກັບ​ໝູ່ບ້ານ​ຕ່າງໆ. ແມ່ນ​ແທ້ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຈະເລີນ​ຮຸ່ງເຮືອງ​ເຊັ່ນດຽວ​ກັນ.


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ໂດຍ​ພາ​ພວກເຈົ້າ​ຜ່ານ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ; ແລະ​ເຮົາ​ໄດ້​ມອບ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ.


ເຮັດຊະໂບນ​ເປັນ​ເມືອງ​ຫລວງ​ຂອງ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ; ເພິ່ນ​ໄດ້​ຊະນະ​ກະສັດ​ແຫ່ງ​ໂມອາບ​ຄົນ​ກ່ອນ ແລ້ວ​ກໍ​ຢຶດຄອງ​ເອົາ​ດິນແດນ​ທັງໝົດ​ມາ​ປົກຄອງ ຈົນ​ຮອດ​ແມ່ນໍ້າ​ອາກໂນນ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຕັ້ງ​ຫຼັກແຫຼ່ງ ຢູ່​ໃນ​ເຂດ​ຂອງ​ຊາວ​ອາໂມ​ຕະຫລອດ​ມາ


“ດິນແດນ​ສ່ວນ​ທີ່​ພຣະເຈົ້າຢາເວ​ໄດ້​ຢຶດເອົາ​ສຳລັບ​ປະຊາຊົນ​ອິດສະຣາເອນ​ເຊັ່ນ: ເມືອງ​ອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ​ເບໂອນ ເປັນ​ດິນ​ດີ​ຊຶ່ງ​ເໝາະ​ສຳລັບ​ລ້ຽງ​ສັດ ແລະ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ກໍ​ມີ​ຝູງສັດ​ຫລາຍ.


ຊາວ​ໂຮຣີ​ເຄີຍ​ອາໄສ​ຢູ່​ທີ່​ດິນແດນ​ເອໂດມ ແຕ່​ພວກ​ລູກຫລານ​ຂອງ​ເອຊາວ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ ທັງ​ທຳລາຍ​ລ້າງຜານ​ຊົນຊາດ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ​ແທນ; ເໝືອນ​ດັ່ງ​ກັບ​ຊາວ​ອິດສະຣາເອນ ໃນ​ເວລາ​ຕໍ່ມາ​ໄດ້​ຂັບໄລ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຕົນ ອອກ​ໄປ​ຈາກ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້.


ແລ້ວ​ເຮົາ​ກໍ​ນຳພາ​ພວກເຈົ້າ​ໄປ​ດິນແດນ​ຂອງ​ຊາວ​ອາໂມ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ. ພວກເຂົາ​ຕໍ່ສູ້​ພວກເຈົ້າ ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄຊຊະນະ. ພວກເຈົ້າ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ​ແລະ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຕໍ່​ໜ້າ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ມັນ​ເປັນ​ເວລາ​ເຖິງ​ສາມຮ້ອຍ​ປີ​ຜ່ານ​ມາ​ແລ້ວ ທີ່​ຊາດ​ອິດສະຣາເອນ​ໄດ້​ຄອບຄອງ​ເຮັດຊະໂບນ​ແລະ​ອາໂຣເອ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ຫົວເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ແຄມຝັ່ງ​ຂອງ​ຫ້ວຍນໍ້າ​ອາກໂນນ. ຕະຫລອດ​ເວລາ​ທີ່​ຜ່ານ​ມາ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ຢຶດ​ຄືນ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka