Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:24 - ພຣະຄຳພີສັກສິ

24 ແຕ່​ຊາວ​ອິດສະຣາເອນ​ໄດ້​ທຳລາຍ​ສັດຕູ​ດ້ວຍ​ຄົມ​ດາບ​ໃນ​ສະໜາມຮົບ​ຢ່າງ​ຫລວງຫລາຍ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ຈາກ​ພາກ​ເໜືອ​ຂອງ​ແມ່ນໍ້າ​ອາກໂນນ​ຈົນເຖິງ​ຢັບໂບກ ໝາຍຄວາມວ່າ​ຮອດ​ຊາວ​ອຳໂມນ ເພາະ​ເຂດແດນ​ຂອງ​ຊາວ​ອຳໂມນ​ຖືກ​ປ້ອງກັນ​ໄວ້​ຢ່າງ​ເຂັ້ມແຂງ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:24
24 Jak'a apnaqawi uñst'ayäwi  

ໃນ​ຄືນ​ດຽວກັນ​ນັ້ນ ຢາໂຄບ​ຕື່ນ​ຂຶ້ນ​ພາ​ເມຍ​ທັງສອງ, ຄົນ​ຮັບໃຊ້​ຍິງ​ສອງ​ຄົນ ແລະ​ລູກ​ສິບເອັດ​ຄົນ​ຂອງຕົນ​ຂ້າມ​ແມ່ນໍ້າ​ຢັບໂບກ.


ພຣະອົງ​ໃຫ້​ພວກເພິ່ນ​ຊະນະ​ເໜືອ​ຊົນຊາດ​ກັບ​ອານາຈັກ ຄື​ດິນແດນ​ທີ່​ເປັນ​ຊາຍແດນ​ຂອງ​ພວກເພິ່ນ. ພວກເພິ່ນ​ຕີ​ຊະນະ​ເຮັດຊະໂບນ​ຂອງ​ເຈົ້າສີໂຫນ ແລະ​ບາຊານ​ທີ່​ເຈົ້າໂອກ​ຄອງ​ອຳນາດ.


ຄື​ເຈົ້າສີໂຫນ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ອາໂມ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


“ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ຂອງເຮົາ​ເອີຍ ເພາະ​ເຫັນ​ແກ່​ພວກເຈົ້າ ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຈົນກ້ຽງ ຄື​ຄົນ​ສູງ​ດັ່ງ​ຕົ້ນແປກ​ແລະ​ແຂງແຮງ​ດັ່ງ​ຕົ້ນໂອກ.


ຈາກ​ຮ່ອມພູ​ເຊເຣັດ ພວກເຂົາ​ໄດ້​ຍົກຍ້າຍ​ໄປ​ຕັ້ງ​ຄ້າຍ​ຢູ່​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ອາກໂນນ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ຢຽດ​ຍາວ​ອອກ​ໄປ​ສູ່​ເຂດແດນ​ຂອງ​ຊາວ​ອາໂມ. (ແມ່ນໍ້າ​ອາກໂນນ​ແມ່ນ​ໃຊ້​ເປັນ​ເຂດແດນ​ລະຫວ່າງ​ຊາວ​ໂມອາບ​ແລະ​ຊາວ​ອາໂມ.)


ເຫດການ​ນີ້​ເກີດຂຶ້ນ​ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ຊະນະ​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ເຮັດຊະໂບນ ແລະ​ເຈົ້າໂອກ​ກະສັດ​ຊາວ​ບາຊານ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ອັດຊະຕາໂຣດ​ແລະ​ເອັດເຣອີ.


ເມື່ອ​ພວກເຮົາ​ໄດ້​ເດີນທາງ​ມາ​ຮອດ​ບ່ອນ​ນີ້ ເຈົ້າສີໂຫນ​ແຫ່ງ​ນະຄອນ​ເຮັດຊະໂບນ​ແລະ​ເຈົ້າໂອກ​ແຫ່ງ​ນະຄອນ​ບາຊານ ໄດ້​ຍົກທັບ​ມາ​ສູ້ຮົບ​ກັບ​ພວກເຮົາ, ແຕ່​ພວກເຮົາ​ໄດ້​ຊະນະ​ພວກເຂົາ


ສ່ວນ​ເຜົ່າ​ຣູເບັນ​ແລະ​ເຜົ່າ​ກາດ​ນັ້ນ ຂ້າພະເຈົ້າ​ໄດ້​ມອບ​ເຂດແດນ​ຕັ້ງແຕ່​ກີເລອາດ​ຈົນເຖິງ​ແມ່ນໍ້າ​ອາກໂນນ. ທາງ​ກາງ​ແມ່ນໍ້າ​ນີ້ ໃຊ້​ເປັນ​ຊາຍແດນ​ຕອນ​ໃຕ້​ຂອງ​ພວກເຂົາ ແລະ​ຊາຍແດນ​ຕອນເໜືອ​ແມ່ນ​ແມ່ນໍ້າ​ຢັບໂບກ ຊຶ່ງ​ສ່ວນ​ໜຶ່ງ​ເປັນ​ຊາຍແດນ​ຂອງ​ພວກ​ອຳໂມນ.


ພຣະເຈົ້າຢາເວ​ຈະ​ທຳລາຍ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເອົາ​ຊະນະ​ກະສັດ​ຂອງ​ຊາວ​ອາໂມ ຄື​ເຈົ້າສີໂຫນ​ແລະ​ເຈົ້າໂອກ ແລະ​ໄດ້​ທຳລາຍ​ດິນແດນ​ຂອງ​ພວກເຂົາ.


ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ອານາຈັກ​ຂອງ​ເຈົ້າໂອກ ກະສັດ​ຄົນ​ສຸດທ້າຍ​ຂອງ​ເຜົ່າ​ເຣຟາອິມ ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ. ໂມເຊ​ໄດ້​ຊະນະ​ພວກ​ເຫຼົ່ານີ້ ແລະ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ເມືອງ​ເຫຼົ່ານັ້ນ.


ແລ້ວ​ເຮົາ​ກໍ​ນຳພາ​ພວກເຈົ້າ​ໄປ​ດິນແດນ​ຂອງ​ຊາວ​ອາໂມ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ. ພວກເຂົາ​ຕໍ່ສູ້​ພວກເຈົ້າ ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄຊຊະນະ. ພວກເຈົ້າ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ​ແລະ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຕໍ່​ໜ້າ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ແລະ​ເຖິງ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ​ແລະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ປົກຄອງ​ຢູ່​ໃນ​ເມືອງ​ອັດຊະຕາໂຣດ.


ພຣະເຈົ້າຢາເວ​ໄດ້​ຕອບ​ຊາວ​ອິດສະຣາເອນ​ວ່າ, “ຊາວ​ເອຢິບ, ຊາວ​ອາໂມ, ຊາວ​ອຳໂມນ, ຊາວ​ຟີລິດສະຕິນ,


ກະສັດ​ຂອງ​ຊາວ​ອຳໂມນ​ຈຶ່ງ​ຕອບ​ຄະນະທູດ​ຂອງ​ເຢັບທາ​ວ່າ, “ຕອນ​ທີ່​ພວກ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກເຂົາ​ໄດ້​ຢຶດ​ດິນແດນ​ຂອງ​ພວກເຮົາ ຕັ້ງແຕ່​ຫ້ວຍນໍ້າ​ອາກໂນນ ຈົນເຖິງ​ຫ້ວຍນໍ້າ​ຢັບໂບກ​ແລະ​ແມ່ນໍ້າ​ຈໍແດນ. ບັດນີ້ ພວກເຈົ້າ​ຄວນ​ຍົກ​ດິນແດນ​ນັ້ນ​ຄືນ​ໃຫ້​ແກ່​ພວກເຮົາ​ສາ​ໂດຍ​ດີ.”


ເມື່ອ​ພວກເຂົາ​ຖາມ​ກັນ​ວ່າ ມີ​ໝວດ​ໃດ​ແດ່​ໃນ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ທີ່​ບໍ່ໄດ້​ໄປ​ຮ່ວມ​ປະຊຸມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ມີຊະປາ​ນັ້ນ. ພວກເຂົາ​ຈຶ່ງ​ພົບ​ວ່າ ບໍ່ມີ​ຜູ້ໃດ​ຈາກ​ຢາເບັດ​ກີເລອາດ ມາ​ຮ່ວມ​ໃນ​ທີ່​ປະຊຸມ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka