23 ແຕ່ເຈົ້າສີໂຫນບໍ່ອະນຸຍາດໃຫ້ປະຊາຊົນອິດສະຣາເອນ ຜ່ານເຂດແດນຂອງເພິ່ນໄປ. ເພິ່ນໄດ້ຮວບຮວມເອົາກອງທະຫານ ແລະຍົກທັບອອກໄປທີ່ຢາຮາດໃນຖິ່ນແຫ້ງແລ້ງກັນດານ ແລະບຸກໂຈມຕີຊາວອິດສະຣາເອນ.
ປະຊາຊົນແຫ່ງເມືອງເຮັດຊະໂບນແລະເມືອງເອເລອາເລ ຮ້ອງໄຫ້ແຮງຈົນສຽງດັງໄປກາຍເມືອງຢາຮາດ. ແມ່ນແຕ່ພວກທະຫານກໍສັ່ນເຊັນຈົນໝົດຄວາມກ້າຫານ.
ການຕັດສິນໄດ້ມາຮອດເມືອງຕ່າງໆຕາມພູພຽງແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ,
ປະຊາຊົນແຫ່ງເມືອງເຮັດຊະໂບນ ແລະເອເລອາເລຮ້ອງອອກມາ ແລະສຽງຮ້ອງຂອງພວກເຂົາກໍໄດ້ຍິນເຖິງເມືອງຢາຮາດ; ແລະປະຊາຊົນເມືອງໂຊອາກໍໄດ້ຍິນ ແລະສຽງນັ້ນໄດ້ຍິນໄປຮອດເມືອງໂຮໂຣນາອິມ ແລະເອັກລາດ-ເຊລີຊີຢາ. ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກລົງ.
“ເຖິງຢ່າງໃດກໍຕາມ ປະຊາຊົນຂອງເຮົາເອີຍ ເພາະເຫັນແກ່ພວກເຈົ້າ ເຮົາໄດ້ທຳລາຍຊາວອາໂມຈົນກ້ຽງ ຄືຄົນສູງດັ່ງຕົ້ນແປກແລະແຂງແຮງດັ່ງຕົ້ນໂອກ.
ແຕ່ຊາວເອໂດມໄດ້ຕອບວ່າ, “ພວກເຮົາບໍ່ຍອມໃຫ້ພວກເຈົ້າຜ່ານດິນແດນຂອງພວກເຮົາໄປ ຖ້າພວກເຈົ້າຫາກຂືນເຂົ້າມາ ພວກເຮົາຈະຍົກກຳລັງອອກໄປໂຈມຕີພວກເຈົ້າ.”
ຍ້ອນຊາວເອໂດມບໍ່ຍອມໃຫ້ຊາວອິດສະຣາເອນຜ່ານດິນແດນຂອງພວກເຂົາໄປ ຊາວອິດສະຣາເອນຈຶ່ງລ້ຽວໄປທາງອື່ນ.
ຢາຮາດ, ເກເດໂມດ, ເມຟາອາດ,
ແຕ່ກະສັດສີໂຫນບໍ່ຍອມໃຫ້ຜ່ານ ແລະໄດ້ນຳເອົາກອງທັບທັງໝົດມາຕັ້ງທີ່ໝັ້ນຢູ່ທີ່ຢາຮາດ ແລະບຸກໂຈມຕີຊາວອິດສະຣາເອນ.