Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:21 - ພຣະຄຳພີສັກສິ

21 ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ສົ່ງ​ທູດ​ນຳ​ຂ່າວ​ໄປ​ບອກ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ວ່າ,

Uka jalj uñjjattʼäta Copia luraña




ຈົດບັນຊີ 21:21
16 Jak'a apnaqawi uñst'ayäwi  

ການາອານ​ຍັງ​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ດັ່ງ​ຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ,


ພຣະອົງ​ໃຫ້​ພວກເພິ່ນ​ຊະນະ​ເໜືອ​ຊົນຊາດ​ກັບ​ອານາຈັກ ຄື​ດິນແດນ​ທີ່​ເປັນ​ຊາຍແດນ​ຂອງ​ພວກເພິ່ນ. ພວກເພິ່ນ​ຕີ​ຊະນະ​ເຮັດຊະໂບນ​ຂອງ​ເຈົ້າສີໂຫນ ແລະ​ບາຊານ​ທີ່​ເຈົ້າໂອກ​ຄອງ​ອຳນາດ.


ຄື​ເຈົ້າສີໂຫນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ອາໂມ ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ທຸກຄົນ​ໃນ​ການາອານ​ດ້ວຍ.


ຄື​ເຈົ້າສີໂຫນ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ອາໂມ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພວກ​ອົບພະຍົບ​ຫລົບໄພ​ທີ່​ໝົດ​ຊ່ອງທາງ ພະຍາຍາມ​ຫາ​ທີ່​ປົກປ້ອງ​ຄຸ້ມຄອງ​ຢູ່​ໃນ​ເຮັດຊະໂບນ ຄື​ນະຄອນ​ຊຶ່ງ​ຄັ້ງ​ໜຶ່ງ​ກະສັດ​ສີໂຫນ​ໄດ້​ປົກຄອງ ແຕ່​ເມືອງ​ນີ້​ກໍ​ຖືກ​ເຜົາຜານ. ໄຟ​ໄດ້​ໄໝ້​ເຂດແດນ ແລະ​ພູ​ສູງ​ຂອງ​ປະຊາຊົນ​ໂມອາບ​ຜູ້​ມັກ​ສົງຄາມ.


ແລະ​ຈາກ​ບາໂມດ​ເຖິງ​ຮ່ອມພູ​ທີ່​ເຂດແດນ​ຂອງ​ໂມອາບ ໃຕ້​ຍອດ​ພູ​ປີສະກາ​ຊຶ່ງ​ແນມ​ອອກ​ໄປ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ເຫດການ​ນີ້​ເກີດຂຶ້ນ​ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ຊະນະ​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ເຮັດຊະໂບນ ແລະ​ເຈົ້າໂອກ​ກະສັດ​ຊາວ​ບາຊານ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ອັດຊະຕາໂຣດ​ແລະ​ເອັດເຣອີ.


ເມື່ອ​ພວກເຮົາ​ໄດ້​ເດີນທາງ​ມາ​ຮອດ​ບ່ອນ​ນີ້ ເຈົ້າສີໂຫນ​ແຫ່ງ​ນະຄອນ​ເຮັດຊະໂບນ​ແລະ​ເຈົ້າໂອກ​ແຫ່ງ​ນະຄອນ​ບາຊານ ໄດ້​ຍົກທັບ​ມາ​ສູ້ຮົບ​ກັບ​ພວກເຮົາ, ແຕ່​ພວກເຮົາ​ໄດ້​ຊະນະ​ພວກເຂົາ


ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ ແລະ​ໄດ້​ປົກຄອງ​ດິນແດນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ຮ່ອມພູ​ອາກໂນນ​ຂຶ້ນ​ໄປ​ສູ່​ຮ່ອມພູ​ຈໍແດນ ແລະ​ເລີຍ​ໄປ​ທາງ​ພາກເໜືອ​ຈົນເຖິງ​ພູ​ເຮີໂມນ. ພວກເຂົາ​ຈັບ​ກະສັດ​ສອງ​ຄົນ​ໄດ້.


ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ທະເລແດງ​ແຫ້ງ​ຕໍ່ໜ້າ​ພວກເຈົ້າ ເມື່ອ​ພວກເຈົ້າ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຮົາ​ຍັງ​ໄດ້ຍິນ​ອີກ​ວ່າ ພວກເຈົ້າ​ໄດ້​ຂ້າ​ເຈົ້າສີໂຫນ​ແລະ​ເຈົ້າໂອກ ກະສັດ​ສອງ​ຄົນ​ຂອງ​ຊາວ​ອາໂມ​ຢ່າງ​ໃດ ທີ່​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


ແລ້ວ​ເຮົາ​ກໍ​ນຳພາ​ພວກເຈົ້າ​ໄປ​ດິນແດນ​ຂອງ​ຊາວ​ອາໂມ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ. ພວກເຂົາ​ຕໍ່ສູ້​ພວກເຈົ້າ ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄຊຊະນະ. ພວກເຈົ້າ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ​ແລະ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຕໍ່​ໜ້າ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ພຣະເຈົ້າຢາເວ​ໄດ້​ຕອບ​ຊາວ​ອິດສະຣາເອນ​ວ່າ, “ຊາວ​ເອຢິບ, ຊາວ​ອາໂມ, ຊາວ​ອຳໂມນ, ຊາວ​ຟີລິດສະຕິນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka