Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:20 - ພຣະຄຳພີສັກສິ

20 ແລະ​ຈາກ​ບາໂມດ​ເຖິງ​ຮ່ອມພູ​ທີ່​ເຂດແດນ​ຂອງ​ໂມອາບ ໃຕ້​ຍອດ​ພູ​ປີສະກາ​ຊຶ່ງ​ແນມ​ອອກ​ໄປ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.

Uka jalj uñjjattʼäta Copia luraña




ຈົດບັນຊີ 21:20
11 Jak'a apnaqawi uñst'ayäwi  

ແລະ​ຈາກ​ມັດຕານາ​ເຖິງ​ນາຮາລີເອນ ແລະ​ຈາກ​ນາ​ຮາລີເອນ​ເຖິງ​ບາໂມດ


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ສົ່ງ​ທູດ​ນຳ​ຂ່າວ​ໄປ​ບອກ​ເຈົ້າສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ວ່າ,


ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ໄປ​ຕັ້ງ​ຄ້າຍພັກ​ຕາມ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.


ເພິ່ນ​ໄດ້​ພາ​ລາວ​ໄປ​ທີ່​ນາ​ຂອງ​ໂຊພິມ​ເທິງ​ພູ​ປີສະກາ. ຢູ່​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ​ເຊັ່ນກັນ ແລະ​ຖວາຍ​ງົວເຖິກ​ແລະ​ແກະເຖິກ​ໄວ້​ໃນ​ແຕ່ລະ​ແທ່ນ.


ສະນັ້ນ ເພິ່ນ​ຈຶ່ງ​ພາ​ບາລາອາມ​ໄປ​ເທິງ​ພູ​ເປອໍ ບ່ອນ​ທີ່​ສາມາດ​ແນມ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ໂມເຊ​ແລະ​ເອເລອາຊາ​ເປັນ​ຜູ້​ຈົດ​ທະບຽນ​ຕະກຸນ​ຕ່າງໆ​ເຫຼົ່ານີ້ ເມື່ອ​ເພິ່ນ​ໄດ້​ເຮັດ​ສຳມະໂນຄົວ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ຊຶ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.


ແມ່ນ​ໃນ​ຂະນະທີ່​ປະຊາຊົນ​ໄດ້​ອາໄສ​ຢູ່​ທີ່​ຟາກ​ຕາເວັນອອກ ຂອງ​ແມ່ນໍ້າ​ຈໍແດນ​ໃນ​ເຂດແດນ​ໂມອາບ​ນັ້ນ​ເອງ ທີ່​ໂມເຊ​ໄດ້​ຕັ້ງຕົ້ນ​ອະທິບາຍ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າ. ເພິ່ນ​ໄດ້​ກ່າວ​ວ່າ,


ເຈົ້າ​ຈົ່ງ​ຂຶ້ນ​ໄປ​ເທິງ​ຈອມ​ພູ​ປີສະກາ ແລະ​ແນມ​ເບິ່ງ​ທົ່ວ​ທຸກ​ທິດ​ຄື: ເໜືອ, ໃຕ້, ຕາເວັນອອກ ແລະ​ຕາເວັນຕົກ. ຈົ່ງ​ເບິ່ງ​ສິ່ງ​ທີ່​ເຈົ້າ​ເຫັນ​ໃຫ້​ຄັກໆ ເພາະ​ເຈົ້າ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເປັນ​ເດັດຂາດ.


ໂມເຊ​ໄດ້​ຂຶ້ນ​ຈາກ​ທົ່ງ​ຮາບພຽງ​ໂມອາບ​ໄປ​ທີ່​ພູເຂົາ​ເນໂບ ຈົນ​ໄປ​ເຖິງ​ຈອມພູ​ປີສະກາ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ ແລະ​ຢູ່​ທີ່​ນັ້ນ​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເພິ່ນ​ເຫັນ​ດິນແດນ​ທັງໝົດ ດັ່ງນີ້: ເຂດແດນ​ກີເລອາດ​ໄກ​ໄປ​ຮອດ​ທາງທິດເໜືອ​ສຸດ​ຂອງ​ເມືອງ​ດານ


ດິນແດນ​ນັ້ນ​ຍັງ​ນັບ​ລວມ​ເອົາ​ອານາເຂດ​ທັງໝົດ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈົນ​ໄປ​ຮອດ​ທະເລຕາຍ​ທີ່​ຕີນ​ພູ​ປີສະກາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka