Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:2 - ພຣະຄຳພີສັກສິ

2 ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ສາບານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຖ້າ​ພຣະອົງ​ຫາກ​ໃຫ້​ພວກ​ຂ້ານ້ອຍ​ຕີ​ຊະນະ​ປະຊາຊົນ​ເຫຼົ່ານີ້​ໄດ້ ພວກ​ຂ້ານ້ອຍ​ຈະ​ອຸທິດ​ຖວາຍ​ພວກເຂົາ​ຢ່າງ​ບໍ່ມີ​ເງື່ອນໄຂ ພ້ອມ​ທັງ​ເມືອງ​ຕ່າງໆ​ນັ້ນ​ແກ່​ພຣະອົງ ແລະ​ຈະ​ທຳລາຍ​ພວກເຂົາ​ໃຫ້​ດັບກ້ຽງ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 21:2
15 Jak'a apnaqawi uñst'ayäwi  

ແລ້ວ​ຢາໂຄບ​ກໍ​ໄດ້​ສາບານ​ວ່າ, “ຖ້າ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ຂ້ານ້ອຍ ແລະ​ປົກປັກ​ຮັກສາ​ຂ້ານ້ອຍ​ໃນ​ການ​ເດີນທາງ ແລະ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ


ຂ້ານ້ອຍ​ຈະ​ຖວາຍ​ຕາມ​ທີ່​ໄດ້​ສັນຍາ​ຕໍ່​ພຣະເຈົ້າຢາເວ ໃນ​ທີ່​ຊຸມນຸມຊົນ​ທັງປວງ​ຂອງ​ພຣະອົງ ໃນ​ທີ່​ນະມັດສະການ​ອັນ​ສັກສິດ ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ແຫ່ງ​ນະຄອນ​ເຢຣູຊາເລັມ​ນັ້ນ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈື່ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ສາບານ ສາບານ​ກັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ​ວ່າ,


ຜູ້ໃດ​ກໍຕາມ ທີ່​ບໍ່​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ຖືກ​ສາບແຊ່ງ ມາຣານາທາ ມີ​ຄວາມໝາຍ​ວ່າ, ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະເດັດ​ມາ​ເທີ້ນ.


ໃຫ້​ຂ້າ​ຊາວ​ເມືອງ​ໝົດ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງສັດ​ຂອງ​ພວກເຂົາ​ດ້ວຍ ຄື​ທຳລາຍ​ເມືອງ​ໃຫ້​ກ້ຽງ.


ໃຫ້​ຂົນ​ເອົາ​ຊັບສິນ​ຂອງ​ຊາວເມືອງ​ອອກ​ມາ​ກອງ​ຢູ່​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຈູດ​ເມືອງ ພ້ອມ​ທັງ​ຈູດ​ທຸກໆ​ສິ່ງ​ໃນ​ເມືອງ​ນັ້ນ ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ປ່ອຍ​ໃຫ້​ເປັນ​ເມືອງ​ຮ້າງ​ຢູ່​ຢ່າງ​ນັ້ນ​ຕະຫລອດໄປ ແລະ​ຢ່າ​ສ້າງ​ຂຶ້ນ​ໃໝ່​ເປັນ​ເດັດຂາດ.


ແຕ່​ເມື່ອ​ພວກເຈົ້າ​ຢຶດຄອງ​ເມືອງ​ຕ່າງໆ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ຈົ່ງ​ຂ້າ​ທຸກໆ​ຄົນ​ຖິ້ມ.


ແລະ​ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ຊົນຊາດ​ເຫຼົ່ານີ້ ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຊະນະ​ພວກເຂົາ​ແລ້ວ ຢ່າ​ໄວ້​ຊີວິດ​ຂອງ​ພວກເຂົາ​ເປັນ​ເດັດຂາດ. ຢ່າ​ເຮັດ​ສັນຍາ​ໃດໆ​ກັບ​ພວກເຂົາ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ພວກເຂົາ​ເລີຍ.


ຈົ່ງ​ທຳລາຍ​ເມືອງ​ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໃຫ້​ຈົນກ້ຽງ ເພື່ອ​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ, ແຕ່​ໃຫ້​ໄວ້​ຊີວິດ​ນາງ​ຣາຮາບ ຍິງ​ໂສເພນີ​ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ​ຂອງ​ພວກເຮົາ​ໄວ້.


ໃນ​ເວລາ​ນັ້ນ ໂຢຊວຍ​ໄດ້​ອອກ​ຄຳເຕືອນ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່ ຈະ​ຖືກ​ສາບແຊ່ງ​ຕໍ່ໜ້າ​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ສ້າງ​ຮາກຖານ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍກົກ​ຂອງຕົນ; ຜູ້ໃດ​ກໍຕາມ​ທີ່​ສ້າງ​ປະຕູ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍ​ຫລ້າ​ຂອງຕົນ.”


ເຢັບທາ​ສັນຍາ​ຕໍ່ພຣະເຈົ້າຢາເວ​ວ່າ, “ຖ້າ​ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ໄຊຊະນະ​ເໜືອ​ພວກ​ອຳໂມນ


ນາງ​ຮັນນາ​ສາບານ​ຢ່າງ​ໜັກແໜ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂໍ​ພຣະອົງ​ຫລຽວເບິ່ງ​ຄວາມ​ໂສກເສົ້າ​ຂອງ​ຂ້ານ້ອຍ ແລະ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ຂໍ​ຢ່າ​ລືມໄລ​ຂ້ານ້ອຍ​ເລີຍ ຖ້າ​ພຣະອົງ​ໂຜດ​ລູກຊາຍ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຂໍ​ສັນຍາ​ວ່າ ຈະ​ອຸທິດ​ຖວາຍ​ເດັກນັ້ນ​ແກ່​ພຣະອົງ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ຂອງ​ລາວ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka