Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 21:15 - ພຣະຄຳພີສັກສິ

15 ເນີນ​ຂອງ​ຮ່ອມພູ​ທັງຫລາຍ ຊຶ່ງ​ຢຽດ​ຍາວ​ອອກ​ໄປ​ສູ່​ເມືອງ​ອາຣະ ແລະ​ຕໍ່​ໃສ່​ຊາຍແດນ​ຂອງ​ໂມອາບ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 21:15
6 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ໂມອາບ. ເມືອງ​ອາຣະ​ແລະ​ເມືອງ​ກີຣະ​ໄດ້​ຖືກ​ທຳລາຍ​ພຽງ​ຄືນດຽວ​ເທົ່ານັ້ນ ແລະ​ດິນແດນ​ໂມອາບ​ກໍ​ມີ​ແຕ່​ຄວາມ​ມິດງຽບ​ທັງສິ້ນ.


ດ້ວຍເຫດນີ້ ປື້ມ​ບັນທຶກ​ແຫ່ງ​ບັ້ນຮົບ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ຈຶ່ງ​ມີ​ຄຳ​ຂຽນ​ໄວ້​ວ່າ, “...ເມືອງ​ຂອງ​ວາເຮັບ​ໃນ​ເຂດ​ຂອງ​ຊູຟາ​ແລະ​ຮ່ອມພູ​ທັງຫລາຍ ແມ່ນໍ້າ​ອາກໂນນ


ມີ​ຄັ້ງໜຶ່ງ​ໃນ​ນະຄອນນີ້​ ທີ່​ມີ​ຊື່​ວ່າ​ເຮັດຊະໂບນ; ກອງທັບ​ເຈົ້າສີໂຫນ ໄດ້​ຮຸກຮານ​ລາມ​ໄປ​ດັ່ງ​ໄຟ​ໄໝ້ ແລະ​ໄດ້​ທຳລາຍ​ເມືອງ​ອາຣະ ໃນ​ດິນແດນ​ໂມອາບ​ຈົນ​ໝົດ; ພ້ອມ​ທັງ​ກືນກິນ ອາກໂນນ ເມືອງ​ໂພນ​ພູດອຍ​ເຜົາຜານ​ກ້ຽງ.


‘ວັນນີ້ ເຈົ້າ​ໃກ້​ຈະ​ຜ່ານ​ເຂດແດນ​ໂມອາບ​ໄປ​ທາງ​ເມືອງ​ອາຣະ.


ຈົນກວ່າ​ພວກ​ຂ້າພະເຈົ້າ​ຈະ​ຜ່ານ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້. ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ເອໂດມ ແລະ​ຊາວ​ໂມອາບ​ທີ່​ອາໄສ​ຢູ່​ອາຣະ ກໍໄດ້​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ເຂດແດນ​ຂອງ​ພວກເຂົາ​ມາ​ແລ້ວ.’


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ຊາວ​ໂມອາບ ເຊື້ອສາຍ​ຂອງ​ໂລດ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ. ເຮົາ​ໄດ້​ມອບ​ເມືອງ​ອາຣະ​ໃຫ້​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka