ຈົດບັນຊີ 21:13 - ພຣະຄຳພີສັກສິ13 ຈາກຮ່ອມພູເຊເຣັດ ພວກເຂົາໄດ້ຍົກຍ້າຍໄປຕັ້ງຄ້າຍຢູ່ທາງພາກເໜືອຂອງແມ່ນໍ້າອາກໂນນ ໃນຖິ່ນແຫ້ງແລ້ງກັນດານ ຊຶ່ງຢຽດຍາວອອກໄປສູ່ເຂດແດນຂອງຊາວອາໂມ. (ແມ່ນໍ້າອາກໂນນແມ່ນໃຊ້ເປັນເຂດແດນລະຫວ່າງຊາວໂມອາບແລະຊາວອາໂມ.) Uka jalj uñjjattʼäta |
ຫລັງຈາກພວກເຮົາໄດ້ຜ່ານດິນແດນໂມອາບໄປແລ້ວ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເຮົາວ່າ, ‘ບັດນີ້ ຈົ່ງເລີ່ມຂ້າມແມ່ນໍ້າອາກໂນນ ເພາະເຮົາໄດ້ມອບເຈົ້າສີໂຫນກະສັດຂອງຊາວອາໂມແຫ່ງນະຄອນເຮັດຊະໂບນ ພ້ອມດ້ວຍດິນແດນຂອງລາວໃຫ້ຢູ່ໃຕ້ອຳນາດຂອງພວກເຈົ້າແລ້ວ. ຈົ່ງໂຈມຕີແລະຢຶດຄອງດິນແດນຂອງລາວໄດ້.