9 ແລ້ວໂມເຊກໍອອກໄປແລະຖືເອົາໄມ້ຄ້ອນເທົ້າທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ ຕາມທີ່ພຣະອົງໄດ້ສັ່ງໄວ້.
ຝ່າຍເຈົ້າ ເຈົ້າຈົ່ງຍົກໄມ້ຄ້ອນເທົ້າຂອງເຈົ້າຂຶ້ນ ແລະຊີ້ໄປເທິງໜ້ານໍ້າທະເລ ແລະມັນຈະແຍກນໍ້າອອກໃຫ້ເປັນທາງຍ່າງ ເພື່ອຊາວອິດສະຣາເອນຈະສາມາດຍ່າງເທິງພື້ນດິນແຫ້ງ ແລະຜ່ານໄປໄດ້.
ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ.
ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາໄມ້ຄ້ອນເທົ້າຂອງອາໂຣນ ໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຮັກສາໄວ້ເປັນສິ່ງເຕືອນໃຈຊາວອິດສະຣາເອນຜູ້ກະບົດຕໍ່ເຮົາວ່າ ພວກເຂົາຈະເຊົາຈົ່ມຮ້າຍຕໍ່ເຮົາ ເພື່ອພວກເຂົາຈະບໍ່ຕາຍ.”