6 ໂມເຊກັບອາໂຣນໄດ້ພາກັນຍ່າງໜີຈາກປະຊາຊົນ ແລະໄປຢືນຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ພວກເພິ່ນໝູບໜ້າລົງດິນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວ ກໍໄດ້ປາກົດຂຶ້ນໃຫ້ພວກເຂົາເຫັນ.
ກະສັດດາວິດໄດ້ຫລຽວຂື້ນ ແລະໄດ້ເຫັນເທວະດາຂອງພຣະເຈົ້າຢາເວຕົນນັ້ນຢືນຢູ່ໃນກາງອາກາດ ໂດຍຖືດາບຢູ່ໃນມືຕຽມພ້ອມທີ່ຈະທຳລາຍນະຄອນເຢຣູຊາເລັມ. ແລ້ວກະສັດດາວິດ ແລະບັນດາຜູ້ນຳປະຊາຊົນ ທຸກຄົນລ້ວນແຕ່ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໄດ້ຂາບລົງດິນ.
ໃນຂະນະທີ່ອາໂຣນກຳລັງກ່າວແກ່ຊຸມຊົນອິດສະຣາເອນຢູ່ນັ້ນ ພວກເຂົາຕ່າງກໍຫັນໜ້າແນມໄປທາງຖິ່ນແຫ້ງແລ້ງກັນດານ ແລະໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວກໍໄດ້ປາກົດຂຶ້ນໃນເມກ.
ແລ້ວໂມເຊກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວດ້ວຍໃຈຮ້ອນຮົນວ່າ, “ຂ້ານ້ອຍຈະເຮັດແນວໃດດີກັບປະຊາຊົນເຫຼົ່ານີ້? ພວກເຂົາເກືອບຈະເອົາກ້ອນຫີນແກວ່ງໃສ່ຂ້ານ້ອຍ.”
ແລະພຣະເຈົ້າຢາເວໄດ້ລົງມາໃນເສົາເມກ ໂດຍຢືນຢູ່ທາງປະຕູເຂົ້າຫໍເຕັນແລະພຣະອົງໄດ້ເອີ້ນອາໂຣນແລະມີຣີອາມອອກມາ ເຂົາທັງສອງຈຶ່ງກ້າວອອກໄປຂ້າງໜ້າ
ຊຸມຊົນທັງໝົດກຳລັງຈະໃຊ້ຫີນແກວ່ງໃສ່ໂມເຊແລະອາໂຣນໃຫ້ຕາຍ, ແຕ່ໃນທັນໃດນັ້ນ ປະຊາຊົນໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດທີ່ເທິງຫໍເຕັນບ່ອນຊຸມນຸມ.
ແລ້ວໂມເຊແລະອາໂຣນກໍຂາບລົງດິນຕໍ່ໜ້າປະຊາຊົນທັງໝົດ.
ແລ້ວໂກຣາກໍຮວບຮວມພັກພວກຂອງຕົນ ມາຢືນປະເຊີນໜ້າກັບໂມເຊແລະອາໂຣນ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປາກົດຕໍ່ຊຸມຊົນທັງໝົດ
ແຕ່ໂມເຊແລະອາໂຣນຂາບລົງດິນ ທູນວ່າ, “ໂອ ຂ້າແດ່ພຣະເຈົ້າ ອົງເປັນພຣະເຈົ້າແຫ່ງຈິດວິນຍານທັງໝົດຂອງມະນຸດ. ເມື່ອຄົນຜູ້ດຽວເຮັດບາບ ພຣະອົງຈະໂກດຮ້າຍຊຸມຊົນທັງໝົດຫລື?”
ເມື່ອໂມເຊໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງຂາບລົງກັບພື້ນດິນ.
ຫລັງຈາກທີ່ພວກເຂົາໄດ້ມາເຕົ້າໂຮມກັນ ເພື່ອປະທ້ວງໂມເຊກັບອາໂຣນແລ້ວ ພວກເຂົາຕ່າງກໍຫັນໜ້າໄປທາງຫໍເຕັນບ່ອນຊຸມນຸມ; ພວກເຂົາຈຶ່ງເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດຂຶ້ນ.
“ຈົ່ງຖອຍອອກຫ່າງຈາກປະຊາຊົນເຫຼົ່ານີ້ສາ ເພາະເຮົາຈະທຳລາຍພວກເຂົາກັບບ່ອນນີ້.” ທັງສອງພາກັນໝູບໜ້າລົງດິນ
ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ,
ພຣະອົງຍ່າງເລີຍໄປໄກໜ້ອຍໜຶ່ງໝູບໜ້າລົງກັບພື້ນ ແລະພາວັນນາອະທິຖານວ່າ, “ພຣະບິດາເຈົ້າຂອງລູກເອີຍ ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ ແຕ່ເຖິງຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”
ໂຢຊວຍແລະພວກຜູ້ນຳຂອງຊາດອິດສະຣາເອນ ຕ່າງກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມເປັນທຸກໃຈ ແລະໝູບໜ້າກັບພື້ນດິນຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ພວກເຂົາໝູບຢູ່ຢ່າງນີ້ ຕັ້ງແຕ່ເຊົ້າຈົນຄໍ່າ ພ້ອມທັງເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຕົນເອງ ເພື່ອສະແດງເຖິງຄວາມໂສກເສົ້າຂອງພວກເຂົາ.