Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:5 - ພຣະຄຳພີສັກສິ

5 ເປັນຫຍັງ​ພວກທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ເຂົ້າ​ໄປ​ໃນ​ບ່ອນ​ທຸກຍາກ​ລຳບາກ​ເຊັ່ນນີ້ ຊຶ່ງ​ບໍ່ມີ​ພືດພັນ​ຫຍັງ​ເກີດຂຶ້ນ? ໃນ​ບ່ອນນີ້​ບໍ່ມີ​ເຂົ້າ​ກິນ, ບໍ່ມີ​ຕົ້ນ​ໝາກ​ເດື່ອເທດ, ບໍ່ມີ​ເຄືອ​ອະງຸ່ນ ແລະ​ບໍ່ມີ​ຕົ້ນ​ໝາກພີລາ ແມ່ນແຕ່​ນໍ້າ​ຈະ​ດື່ມ​ກໍ​ຍັງ​ບໍ່ມີ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 20:5
8 Jak'a apnaqawi uñst'ayäwi  

ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພຣະອົງ​ໄດ້​ຈັດຫາ​ສິ່ງ​ຈຳເປັນ​ໃຫ້​ແກ່​ພວກເພິ່ນ; ຕົນຕົວ ເຄື່ອງນຸ່ງ​ບໍ່ໄດ້​ຂາດສ້ອຍ​ຈັກເທື່ອ ແລະ​ຕີນ ກໍ​ບໍ່ໄດ້​ບວມຊໍ້າ​ແຕ່​ປະການ​ໃດ.


ໃຫ້​ໄປ​ປະກາດ​ຂ່າວ​ນີ້​ແກ່​ທຸກໆຄົນ​ໃນ​ນະຄອນ​ເຢຣູຊາເລັມ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ເຮົາ​ຈື່ຈຳ​ຄວາມສັດຊື່​ຂອງເຈົ້າ​ຄາວ​ເປັນ​ສາວ ເຈົ້າ​ຮັກ​ເຮົາ​ຫລາຍ​ສໍ່າໃດ​ເມື່ອ​ແຕ່ງງານ​ກັນ​ໃໝ່ໆ; ເຈົ້າ​ໄດ້​ຕາມ​ເຮົາ​ໄປ​ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຜ່ານ​ດິນແດນ​ໜຶ່ງ​ທີ່​ບໍ່ມີ​ການ​ເພາະປູກ.


ພວກເຂົາ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ພຣະເຈົ້າຢາເວ​ແຕ່​ຢ່າງໃດ​ເລີຍ ເຖິງ​ວ່າ​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ຈາກ​ເອຢິບ​ກໍ​ຕາມ ທັງ​ພາ​ພວກເຂົາ​ຍ່າງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ດິນແດນ​ເປົ່າປ່ຽວ​ມີ​ປ່າ​ດິນ​ຊາຍ​ດ້ວຍ ເປັນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ມີ​ອັນຕະລາຍ ບໍ່ມີ​ຄົນ​ຢູ່​ອາໄສ​ທັງ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ດ້ວຍ.


ບັດນີ້ ເຮົາ​ຈະ​ກ່າວໂທດ​ພວກເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ບັນພະບຸລຸດ​ຂອງ​ພວກເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ທ່ານ​ບໍ່ໄດ້​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ຫລື​ມອບ​ໄຮ່​ນາ​ແລະ​ສວນອະງຸ່ນ​ໃຫ້​ພວກເຮົາ​ເປັນ​ກຳມະສິດ ແລະ​ບັດນີ້ ທ່ານ​ກຳລັງ​ພະຍາຍາມ​ຫລອກລວງ​ພວກເຮົາ​ອີກ. ພວກເຮົາ​ບໍ່​ໄປ​ດອກ.”


“ອາໂຣນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ; ລາວ​ຈະ​ຕາຍ ເພາະ​ພວກເຈົ້າ​ທັງສອງ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງເຮົາ​ທີ່​ເມຣີບາ.


ເພາະ​ເຈົ້າ​ທັງສອງ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ຄາວ​ທີ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຈົ່ມຮ້າຍ​ໃສ່​ເຮົາ​ທີ່​ເມຣິບາ​ນັ້ນ ເຈົ້າ​ປະຕິເສດ​ບໍ່​ຍອມ​ຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ຕໍ່ໜ້າ​ພວກເຂົາ.” (ເມຣິບາ​ແມ່ນ​ບໍ່ນໍ້າ​ທີ່​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ.)


ພຣະອົງ​ໄດ້​ນຳພາ​ພວກເຈົ້າ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່ ແລະ​ໜ້າຢ້ານກົວ ຊຶ່ງ​ມີ​ທັງ​ງູພິດ​ແລະ​ແມງງອດ. ໃນ​ດິນແດນ​ທີ່​ແຫ້ງແລ້ງ​ແລະ​ຂາດ​ນໍ້າ​ນັ້ນ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka