Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:3 - ພຣະຄຳພີສັກສິ

3 ແລະ​ຈົ່ມຮ້າຍ​ວ່າ, “ຖ້າ​ພວກເຮົາ​ຫາກ​ໄດ້​ຕາຍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ຮ່ວມ​ກັບ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຮົາ​ກໍ​ຄົງ​ເປັນ​ການ​ດີກວ່າ​ດອກ

Uka jalj uñjjattʼäta Copia luraña




ຈົດບັນຊີ 20:3
13 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ເຮັດ​ໃຫ້​ເພິ່ນ​ຂົມຂື່ນ​ລະທົມ​ໃຈ ຈົນ​ເພິ່ນ​ໄດ້​ເວົ້າຈາ​ໄປ​ໂດຍ​ບໍ່​ທັນ​ໄດ້​ຄິດ​ສາກ່ອນ.


ພວກເຂົາ​ຕໍ່ສູ້​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ອາຫານ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄດ້​ຫລືນີ້?


ພວກເຂົາ​ຈຶ່ງ​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ເວົ້າ​ວ່າ, “ຫາ​ນໍ້າ​ໃຫ້​ພວກເຮົາ​ດື່ມ​ແມ!” ໂມເຊ​ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ຈຶ່ງ​ພາກັນ​ຈົ່ມ? ເປັນຫຍັງ​ຈຶ່ງ​ທົດລອງ​ພຣະເຈົ້າຢາເວ?”


ພວກ​ທີ່​ຕາຍ​ໃນ​ການ​ສູ້ຮົບ​ກໍດີກວ່າ​ຕາຍ​ທີຫລັງ ທີ່​ຄ່ອຍໆ​ຫິວຕາຍ​ຂາດ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.


ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.


ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ຈະ​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ? ພວກເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ບັນດາ​ລູກ​ເມຍ​ຂອງ​ພວກເຮົາ​ກໍ​ຈະ​ຖືກ​ຈັບ​ໄປ. ພວກເຮົາ​ກັບຄືນ​ໄປ​ເອຢິບ​ບໍ່​ດີກວ່າ​ບໍ?”


ຈຳນວນ​ຄົນຕາຍ​ມີ 14.700 ຄົນ​ໂດຍ​ບໍ່​ນັບ​ຜູ້​ທີ່​ຕາຍ​ຍ້ອນ​ໂກຣາ​ໄດ້​ກະບົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka