Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:28 - ພຣະຄຳພີສັກສິ

28 ແລະ​ໂມເຊ​ກໍ​ຖອດ​ເຄື່ອງ​ຕຳແໜ່ງ​ປະໂຣຫິດ​ອອກ​ຈາກ​ອາໂຣນ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ​ຜູ້​ເປັນ​ລູກຊາຍ. ອາໂຣນ​ຕາຍ ຢູ່​ທີ່​ຈອມ​ພູ; ໂມເຊ​ແລະ​ເອເລອາຊາ​ຈຶ່ງ​ກັບ​ລົງ​ມາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 20:28
22 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ສັ່ງ​ພວກຜູ້ນຳ​ຊາວ​ອິດສະຣາເອນ​ໝົດ​ທຸກຄົນ​ໃຫ້​ຊ່ວຍ​ໂຊໂລໂມນ


ອັນ​ນີ້​ແມ່ນ​ການ​ຕັດສິນໃຈ​ທີ່​ບໍ່​ປ່ຽນແປງ​ຂອງເຮົາ. ເວລາ​ທີ່​ປະຊາຊົນ​ຂອງເຮົາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະ​ໃຫ້​ເປັນ​ສ່ວນ​ຂອງ​ປະໂຣຫິດ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຂອງ​ປະຊາຊົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ.


ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ໃນ​ເດືອນ​ທຳອິດ ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກາເດັດ. ນາງ​ມີຣີອາມ​ໄດ້​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ທີ່​ນັ້ນ.


ແລະ​ຢູ່​ທີ່​ນັ້ນ​ໃຫ້​ເຈົ້າ​ຖອດ​ເຄື່ອງ​ປະໂຣຫິດ​ຂອງ​ອາໂຣນ​ອອກ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ. ອາໂຣນ​ຈະ​ໄປ​ຕາຍ​ຢູ່​ທີ່​ນັ້ນ.”


ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ໂຮເຣ​ຕໍ່ໜ້າ​ຊຸມຊົນ​ທັງໝົດ


ຫລັງຈາກ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ເຈົ້າ​ຈະ​ຕາຍ​ຄື​ກັນ​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ


ຊາວ​ອິດສະຣາເອນ​ໄດ້​ໜີ​ຈາກ​ນໍ້າສ້າງ​ທີ່​ເປັນ​ຂອງ​ຢາອາການ ແລະ​ໄດ້​ໄປ​ທີ່​ໂມເສຣາ. ໃນ​ທີ່​ນີ້​ອາໂຣນ​ຕາຍ​ແລະ​ຖືກ​ຝັງ​ໄວ້ ແລະ​ເອເລອາຊາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ປະໂຣຫິດ​ແທນ.


ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ຈຶ່ງ​ໄດ້​ຕາຍ​ຢູ່​ທີ່​ນັ້ນ​ໃນ​ດິນແດນ​ໂມອາບ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.


ຕໍ່ມາ ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ​ກໍ​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ທີ່​ເມືອງ​ກີເບອາ ຊຶ່ງ​ເປັນ​ເມືອງ​ໃນ​ເຂດ​ເນີນພູ​ເອຟຣາອິມ. ເມືອງ​ນີ້​ໄດ້​ຍົກ​ໃຫ້​ເປັນ​ກຳມະສິດ​ຂອງ​ຟີເນຮາ.


ແລະ​ຂ້າພະເຈົ້າ​ຈະ​ພະຍາຍາມ​ຫາ​ທາງ​ໃຫ້​ເຈົ້າ​ທັງຫລາຍ ລະນຶກເຖິງ​ສິ່ງ​ເຫຼົ່ານີ້​ໄດ້​ທຸກ​ເວລາ ເມື່ອ​ຂ້າພະເຈົ້າ​ຈາກ​ໂລກນີ້​ໄປ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka