Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:24 - ພຣະຄຳພີສັກສິ

24 “ອາໂຣນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ; ລາວ​ຈະ​ຕາຍ ເພາະ​ພວກເຈົ້າ​ທັງສອງ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງເຮົາ​ທີ່​ເມຣີບາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 20:24
18 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ຍືນຍາວ ແລະ​ຕາຍ​ຢ່າງ​ສະຫງົບສຸກ ແລະ​ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ຝັງ​ໄວ້.


ອິດຊະມາເອນ​ໄດ້​ຕາຍໄປ​ເມື່ອ​ອາຍຸ​ໄດ້ 137 ປີ.


ຈາກ​ນັ້ນ ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ໄດ້​ຕາຍ​ໄປ​ໃນ​ຂະນະ​ທີ່​ມີ​ອາຍຸ​ສູງ ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ໝັ້ນຍືນ ແລະ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ.


ເພິ່ນ​ໄດ້​ຕາຍໄປ​ເມື່ອ​ອາຍຸ​ສູງ​ຫລາຍ; ຢາໂຄບ ແລະ​ເອຊາວ​ລູກຊາຍ​ຂອງ​ເພິ່ນ​ເອງ ເປັນ​ຜູ້​ຝັງສົບ​ເພິ່ນ​ໄວ້.


ຢາໂຄບ​ໄດ້​ສັ່ງ​ພວກເຂົາ​ວ່າ, “ບັດນີ້ ພໍ່​ໃກ້​ຈະ​ສິ້ນໃຈ​ຕາຍໄປ​ຢູ່​ກັບ​ບັນພະບຸລຸດ​ຂອງເຮົາ​ທີ່​ຕາຍໄປ​ກ່ອນ​ແລ້ວ; ຈົ່ງ​ຝັງ​ພໍ່​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ຢູ່​ໃນ​ຂຸມຝັງສົບ​ທີ່​ນາ​ຂອງ​ເອຟະໂຣນ​ຊາວ​ຮິດຕີ


ເມື່ອ​ຢາໂຄບ​ສັ່ງ​ລາ​ພວກ​ລູກຊາຍ​ຂອງຕົນ​ແລ້ວ ເພິ່ນ​ກໍ​ເອ່ນ​ຕົວ​ລົງ​ເທິງ​ຕຽງ​ແລ້ວ​ສິ້ນ​ລົມຫາຍໃຈ ແລະ​ຖືກ​ຮວບຮວມ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ.


ແລະ​ການລົງໂທດ​ທີ່​ເຮົາ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ຈະ​ບໍ່​ມາ​ເຖິງ​ເຈົ້າ ຈົນກວ່າ​ເຈົ້າ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍ​ຢ່າງ​ສະຫງົບສຸກ.” ແລ້ວ​ພວກເຂົາ​ກໍ​ກັບຄືນ​ມາ​ບອກ​ກະສັດ​ໂຢສີຢາ​ຕາມ​ນັ້ນ.


ສະນັ້ນ ບ່ອນ​ນີ້​ຈຶ່ງ​ໄດ້​ໃສ່​ຊື່​ວ່າ ມັດສາ​ແລະ​ເມຣີບາ ເພາະວ່າ​ຊາວ​ອິດສະຣາເອນ​ໄດ້​ຈົ່ມຮ້າຍ​ທັງ​ທົດລອງ​ພຣະເຈົ້າຢາເວ ເມື່ອ​ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ພວກເຮົາ​ຫລື​ບໍ່?”


ແລະ​ຢູ່​ທີ່​ນັ້ນ​ໃຫ້​ເຈົ້າ​ຖອດ​ເຄື່ອງ​ປະໂຣຫິດ​ຂອງ​ອາໂຣນ​ອອກ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ. ອາໂຣນ​ຈະ​ໄປ​ຕາຍ​ຢູ່​ທີ່​ນັ້ນ.”


ເປັນຫຍັງ​ພວກທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ເຂົ້າ​ໄປ​ໃນ​ບ່ອນ​ທຸກຍາກ​ລຳບາກ​ເຊັ່ນນີ້ ຊຶ່ງ​ບໍ່ມີ​ພືດພັນ​ຫຍັງ​ເກີດຂຶ້ນ? ໃນ​ບ່ອນນີ້​ບໍ່ມີ​ເຂົ້າ​ກິນ, ບໍ່ມີ​ຕົ້ນ​ໝາກ​ເດື່ອເທດ, ບໍ່ມີ​ເຄືອ​ອະງຸ່ນ ແລະ​ບໍ່ມີ​ຕົ້ນ​ໝາກພີລາ ແມ່ນແຕ່​ນໍ້າ​ຈະ​ດື່ມ​ກໍ​ຍັງ​ບໍ່ມີ.”


ຫລັງຈາກ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ເຈົ້າ​ຈະ​ຕາຍ​ຄື​ກັນ​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ


“ໃຫ້​ລົງໂທດ​ຊາວ​ມີດີອານ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ປະຊາຊົນ​ອິດສະຣາເອນ. ຫລັງຈາກ​ນັ້ນ​ແລ້ວ ເຈົ້າ​ຈະ​ຕາຍ.”


ໃຫ້​ຊາວ​ເກໂຊນ​ໄດ້​ປະຕິບັດ​ໜ້າທີ່​ທັງໝົດ ແລະ​ແບກຫາມ​ທຸກໆ​ສິ່ງ​ຕາມ​ການ​ຊີ້ນຳ​ຂອງ​ອາໂຣນ​ເອງ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ ທີ່​ໄດ້​ມອບໝາຍ​ໃຫ້​ພວກເຂົາ​ນັ້ນ.


ເຈົ້າ​ຈະ​ຕາຍ​ຢູ່​ເທິງ​ພູ​ໜ່ວຍ​ນັ້ນ​ເໝືອນ​ດັ່ງ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ທີ່​ໄດ້​ຕາຍ​ຢູ່​ເທິງ​ພູ​ໂຮເຣ


ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າເລວີ​ວ່າ, “ໂດຍ​ອຸຣິມ​ແລະ​ທຸມມິມ ຂອງ​ພຣະອົງ​ນັ້ນ ໂຜດ​ເປີດເຜີຍ​ພຣະປະສົງ​ຜ່ານ ໂດຍ​ທາງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ຊາວ​ເລວີ​ຜູ້ຮັບໃຊ້​ທີ່​ສັດຊື່; ພຣະອົງ​ໄດ້​ທົດສອບ​ເບິ່ງ​ພວກ​ເຂົາເຈົ້າ​ທີ່​ມັດສາ ໄດ້​ພິສູດ​ເບິ່ງ​ພວກເຂົາ​ວ່າ​ແທ້ຈິງ ທີ່​ບໍ່ນໍ້າ​ເມຣີບາ​ນັ້ນ.


ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ ທຸກຄົນ​ໃນ​ດິນແດນ​ນີ້​ຢ້ານກົວ​ພວກເຈົ້າ​ຫລາຍ


ຕໍ່ມາ ຄົນ​ທັງໝົດ​ໃນ​ເຊັ່ນ​ນັ້ນ​ກໍໄດ້​ຕາຍໄປ ແລະ​ຄົນ​ໃນ​ເຊັ່ນ​ຕໍ່ມາ​ກໍໄດ້​ລືມໄລ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka