22 ຊຸມຊົນອິດສະຣາເອນທັງໝົດໄດ້ອອກຈາກກາເດັດ ແລະເດີນທາງມາຮອດພູເຂົາໂຮເຣ
ຊາຍແດນດ້ານໃຕ້ ນັບຈາກທິດຕາເວັນອອກສ່ຽງໃຕ້ຂອງຕາມາ ເຖິງນໍ້າພຸກາເດັດເມຣີບາ ແມ່ນໄປທາງທິດຕາເວັນຕົກສ່ຽງເໜືອ ລຽບຕາມຊາຍແດນປະເທດເອຢິບຈົນເຖິງທະເລເມດີແຕຣາເນ.
ທາງດ້ານໃຕ້ຂອງສ່ວນທີ່ໄດ້ມອບໃຫ້ແກ່ເຜົ່າກາດນັ້ນ ຊາຍແດນນັບຈາກທິດຕາເວັນຕົກສ່ຽງໃຕ້ ມີດັ່ງນີ້: ຕັ້ງແຕ່ຕາມາເຖິງບໍ່ນໍ້າກາເດັດ ແລະທາງດ້ານທິດຕາເວັນຕົກສ່ຽງເໜືອ ຕາມຊາຍແດນຂອງເອຢິບເລີຍເຖິງທະເລເມດີແຕຣາເນ.
ພວກນັກສືບສອດແນມຈຶ່ງກັບຄືນມາຫາໂມເຊ, ອາໂຣນ ແລະຊຸມຊົນອິດສະຣາເອນທັງໝົດທີ່ກາເດັດ ຢູ່ໃນຖິ່ນແຫ້ງແລ້ງກັນດານປາຣານ. ພວກເຂົາໄດ້ລາຍງານສິ່ງທີ່ພວກເຂົາໄດ້ເຫັນ ແລະໄດ້ເອົາໝາກໄມ້ທີ່ພວກເຂົາໄດ້ນຳມານັ້ນໃຫ້ເບິ່ງ.
ໃນເດືອນທຳອິດ ຊຸມຊົນອິດສະຣາເອນທັງໝົດໄດ້ມາທີ່ຖິ່ນແຫ້ງແລ້ງກັນດານຊິນ ແລະຕັ້ງຄ້າຍພັກຢູ່ທີ່ກາເດັດ. ນາງມີຣີອາມໄດ້ຕາຍແລະຖືກຝັງໄວ້ຢູ່ທີ່ນັ້ນ.
ແລ້ວໂມເຊກໍໃຊ້ຜູ້ນຳຂ່າວຈາກເມືອງກາເດັດ ໄປຫາກະສັດແຫ່ງດິນແດນເອໂດມວ່າ, “ຂ່າວນີ້ແມ່ນສົ່ງມາຈາກຍາດຕິພີ່ນ້ອງຂອງທ່ານ ເຜົ່າຕ່າງໆຂອງຊາດອິດສະຣາເອນ. ທ່ານກໍຮູ້ເຖິງຄວາມຍາກລຳບາກທີ່ພວກຂ້າພະເຈົ້າໄດ້ປະສົບພົບພໍ້ມາ
ແລະພວກຂ້າພະເຈົ້າກໍໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. ພຣະອົງໄດ້ຍິນຄຳຮ້ອງໄຫ້ຂອງພວກຂ້າພະເຈົ້າ ຈຶ່ງສົ່ງເທວະດາຕົນໜຶ່ງນຳພາພວກຂ້າພະເຈົ້າອອກມາຈາກປະເທດເອຢິບ. ໃນເວລານີ້ ພວກຂ້າພະເຈົ້າພັກຢູ່ທີ່ກາເດັດ ເມືອງທີ່ຢູ່ໃກ້ກັບເຂດແດນຂອງທ່ານນີ້ເອງ.
ຊາວອິດສະຣາເອນໄດ້ອອກຈາກພູເຂົາໂຮເຣ ມຸ້ງໜ້າຕໍ່ໄປຕາມທາງສູ່ອ່າວອາກາບາ ເພື່ອເດີນທາງອ້ອມໄປທາງເຂດແດນຂອງເອໂດມ. ແຕ່ໃນເວລາເດີນທາງໄປນັ້ນ ປະຊາຊົນພາກັນໝົດຄວາມອົດທົນ
ຊາຍແດນທາງດ້ານເໜືອແມ່ນລຽບຕາມຝັ່ງຂອງທະເລເມດີແຕຣາເນ ໄປເຖິງພູໂຮເຣ
ສະນັ້ນ ພວກເຮົາຈຶ່ງໄດ້ອາໄສຢູ່ທີ່ເມືອງກາເດັດເປັນເວລາດົນນານ.