Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:21 - ພຣະຄຳພີສັກສິ

21 ຍ້ອນ​ຊາວ​ເອໂດມ​ບໍ່​ຍອມ​ໃຫ້​ຊາວ​ອິດສະຣາເອນ​ຜ່ານ​ດິນແດນ​ຂອງ​ພວກເຂົາ​ໄປ ຊາວ​ອິດສະຣາເອນ​ຈຶ່ງ​ລ້ຽວ​ໄປ​ທາງ​ອື່ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 20:21
10 Jak'a apnaqawi uñst'ayäwi  

ບັດນີ້​ຊາວ​ອຳໂມນ, ຊາວ​ໂມອາບ ແລະ​ຊາວ​ເອໂດມ​ໄດ້​ມາ​ໂຈມຕີ​ພວກ​ຂ້ານ້ອຍ. ເມື່ອ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ພວກເພິ່ນ​ເຂົ້າ​ໄປ​ໃນ​ດິນແດນ​ເຫຼົ່ານີ້; ດັ່ງນັ້ນ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ຈຶ່ງ​ໄດ້​ໂຄ້ງ​ຜ່ານ​ໄປ​ໂດຍ​ບໍ່ໄດ້​ທຳລາຍ​ພວກເຂົາ.


ແຕ່​ເຈົ້າສີໂຫນ​ບໍ່​ອະນຸຍາດ​ໃຫ້​ປະຊາຊົນ​ອິດສະຣາເອນ ຜ່ານ​ເຂດແດນ​ຂອງ​ເພິ່ນ​ໄປ. ເພິ່ນ​ໄດ້​ຮວບຮວມ​ເອົາ​ກອງ​ທະຫານ ແລະ​ຍົກທັບ​ອອກ​ໄປ​ທີ່​ຢາຮາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ບຸກໂຈມຕີ​ຊາວ​ອິດສະຣາເອນ.


ຊາວ​ອິດສະຣາເອນ​ໄດ້​ອອກ​ຈາກ​ພູເຂົາ​ໂຮເຣ ມຸ້ງໜ້າ​ຕໍ່ໄປ​ຕາມ​ທາງ​ສູ່​ອ່າວ​ອາກາບາ ເພື່ອ​ເດີນທາງ​ອ້ອມ​ໄປ​ທາງ​ເຂດແດນ​ຂອງ​ເອໂດມ. ແຕ່​ໃນ​ເວລາ​ເດີນທາງ​ໄປ​ນັ້ນ ປະຊາຊົນ​ພາກັນ​ໝົດ​ຄວາມ​ອົດທົນ


‘ຈົ່ງ​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ຂອງທ່ານ​ໄປ​ແດ່ທ້ອນ. ພວກ​ຂ້າພະເຈົ້າ​ຈະ​ມຸ່ງໜ້າ​ຜ່ານ​ໄປ​ໂດຍ​ຈະ​ບໍ່​ໜີ​ຈາກ​ທາງໃຫຍ່.


ຈົນກວ່າ​ພວກ​ຂ້າພະເຈົ້າ​ຈະ​ຜ່ານ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້. ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ເອໂດມ ແລະ​ຊາວ​ໂມອາບ​ທີ່​ອາໄສ​ຢູ່​ອາຣະ ກໍໄດ້​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ເຂດແດນ​ຂອງ​ພວກເຂົາ​ມາ​ແລ້ວ.’


ຢ່າ​ດູໝິ່ນ​ປະໝາດ​ຊາວ​ເອໂດມ ເພາະ​ພວກເຂົາ​ເປັນ​ຍາດພີ່ນ້ອງ​ຂອງ​ພວກເຈົ້າ. ຢ່າ​ນຳ​ການ​ສາບແຊ່ງ​ມາ​ສູ່​ຊາວ​ເອຢິບ ເພາະ​ຄັ້ງ​ໜຶ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ.


ພວກເຂົາ​ໄດ້​ໃຊ້​ທູດ​ໄປ​ບອກ​ກະສັດ​ແຫ່ງ​ເອໂດມ ເພື່ອ​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ຂອງ​ເພິ່ນ. ແຕ່​ກະສັດ​ແຫ່ງ​ເອໂດມ​ບໍ່​ຍອມ​ໃຫ້​ຜ່ານ ແລະ​ພວກເຂົາ​ໄດ້​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ນຳ​ກະສັດ​ແຫ່ງ​ໂມອາບ ແຕ່​ບໍ່ມີ​ໃຜ​ຍອມ​ໃຫ້​ຜ່ານ​ດິນແດນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຄ້າງ​ຢູ່​ທີ່​ກາເດັດ.


ຕໍ່ມາ ພວກເຂົາ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ອ້ອມ​ດິນແດນ​ເອໂດມ​ແລະ​ໂມອາບ​ໄປ ຈົນ​ມາ​ຮອດ​ທາງທິດ​ຕາເວັນອອກ​ຂອງ​ໂມອາບ ທີ່​ຢູ່​ທາງ​ຟາກ​ຫ້ວຍນໍ້າ​ອາກໂນນ​ເບື້ອງ​ອື່ນ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ທີ່ນັ້ນ ແຕ່​ບໍ່ໄດ້​ຂ້າມ​ຫ້ວຍນໍ້າ​ອາກໂນນ​ໄປ ຍ້ອນ​ວ່າ​ມັນ​ແມ່ນ​ເຂດແດນ​ຂອງ​ຊາວ​ໂມອາບ.


ບັດນີ້ ທ່ານ​ຈະ​ພະຍາຍາມ​ເອົາ​ຄືນ​ຊັ້ນບໍ? ທ່ານ​ຢຶດຄອງ​ເອົາ​ທຸກສິ່ງ ທີ່​ພະ​ເຄໂມດ​ຂອງ​ພວກທ່ານ​ມອບ​ໃຫ້​ໄດ້, ແຕ່​ພວກ​ຂ້າພະເຈົ້າ​ຈະ​ເກັບ​ຮັກສາ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka