Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:20 - ພຣະຄຳພີສັກສິ

20 ແຕ່​ຊາວ​ເອໂດມ​ໄດ້​ຢືນຢັນ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ຜ່ານ​ເປັນ​ເດັດຂາດ.” ແລ້ວ​ພວກເຂົາ​ກໍ​ຍົກທັບ​ອັນ​ເຂັ້ມແຂງ ອອກ​ມາ​ໂຈມຕີ​ປະຊາຊົນ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 20:20
10 Jak'a apnaqawi uñst'ayäwi  

ເອຊາວ​ກຽດຊັງ​ຢາໂຄບ ຍ້ອນ​ວ່າ​ພໍ່​ໄດ້​ອວຍພອນ​ລາວ. ລາວ​ຄິດ​ວ່າ, “ມື້​ໄວ້ທຸກ​ໃຫ້​ພໍ່​ກໍ​ໃກ້​ເຂົ້າ​ມາ​ແລ້ວ; ເມື່ອ​ມື້​ນັ້ນ​ສິ້ນສຸດ​ລົງ​ຍາມໃດ ເຮົາ​ກໍ​ຈະ​ຂ້າ​ຢາໂຄບ​ເສຍ​ຍາມນັ້ນ.”


ເມື່ອ​ຄົນນຳຂ່າວ​ກັບຄືນ​ມາ ພວກເຂົາ​ຈຶ່ງ​ເລົ່າ​ໃຫ້​ຢາໂຄບ​ຟັງ​ວ່າ, “ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງທ່ານ​ແລ້ວ ແລະ​ເພິ່ນ​ກຳລັງ​ອອກ​ເດີນທາງ​ມາ​ພົບ​ທ່ານ ພ້ອມ​ທັງ​ມີ​ຄົນ​ມາ​ນຳ​ສີ່ຮ້ອຍ​ຄົນ.”


ເມື່ອ​ເອີ່ຍ​ປາກ​ເວົ້າ​ເຖິງ​ຄວາມ​ສະຫງົບສຸກ ພວກເຂົາ​ກໍ​ເອີ່ຍ​ວາຈາ​ເຖິງ​ເສິກ​ສົງຄາມ​ທັນທີ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ເອໂດມ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຕາມລ່າ​ຊາວ​ອິດສະຣາເອນ ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກຕົນ ໂດຍ​ບໍ່ມີ​ໃຈ​ເມດຕາ​ຕໍ່​ພວກເຂົາ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ​ຈຳກັດ ແລະ​ພວກເຂົາ​ບໍ່ເຄີຍ​ປະ​ຄວາມ​ໂກດຮ້າຍ​ນັ້ນ​ໃຫ້​ສູນສິ້ນ​ໄປ​ຈັກເທື່ອ.


ແຕ່​ຊາວ​ເອໂດມ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ພວກເຈົ້າ​ຜ່ານ​ດິນແດນ​ຂອງ​ພວກເຮົາ​ໄປ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຂົ້າ​ມາ ພວກເຮົາ​ຈະ​ຍົກ​ກຳລັງ​ອອກ​ໄປ​ໂຈມຕີ​ພວກເຈົ້າ.”


ຍ້ອນ​ຊາວ​ເອໂດມ​ບໍ່​ຍອມ​ໃຫ້​ຊາວ​ອິດສະຣາເອນ​ຜ່ານ​ດິນແດນ​ຂອງ​ພວກເຂົາ​ໄປ ຊາວ​ອິດສະຣາເອນ​ຈຶ່ງ​ລ້ຽວ​ໄປ​ທາງ​ອື່ນ.


ພວກເຂົາ​ໄດ້​ໃຊ້​ທູດ​ໄປ​ບອກ​ກະສັດ​ແຫ່ງ​ເອໂດມ ເພື່ອ​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ຂອງ​ເພິ່ນ. ແຕ່​ກະສັດ​ແຫ່ງ​ເອໂດມ​ບໍ່​ຍອມ​ໃຫ້​ຜ່ານ ແລະ​ພວກເຂົາ​ໄດ້​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ນຳ​ກະສັດ​ແຫ່ງ​ໂມອາບ ແຕ່​ບໍ່ມີ​ໃຜ​ຍອມ​ໃຫ້​ຜ່ານ​ດິນແດນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຄ້າງ​ຢູ່​ທີ່​ກາເດັດ.


ແຕ່​ກະສັດ​ສີໂຫນ​ບໍ່​ຍອມ​ໃຫ້​ຜ່ານ ແລະ​ໄດ້​ນຳ​ເອົາ​ກອງທັບ​ທັງໝົດ​ມາ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຢາຮາດ ແລະ​ບຸກໂຈມຕີ​ຊາວ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka