2 ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກຢູ່ນັ້ນບໍ່ມີນໍ້າ. ດັ່ງນັ້ນ ປະຊາຊົນຈຶ່ງມາເຕົ້າໂຮມກັນອ້ອມໂມເຊກັບອາໂຣນ
ທີ່ບໍ່ນໍ້າເມຣິບາ ພວກເຂົາໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ ແລະໂມເຊກໍເດືອດຮ້ອນນຳເພາະເລື່ອງນັ້ນ.
“ເຮົາໄດ້ຍິນຊາວອິດສະຣາເອນຈົ່ມຮ້າຍຕໍ່ເຮົາແລ້ວ. ຈົ່ງບອກພວກເຂົາວ່າ, ‘ໃນມື້ແລງນີ້ພວກເຂົາຈະມີຊີ້ນກິນ ແລະໃນຕອນເຊົ້າພວກເຂົາຈະມີເຂົ້າຈີ່ກິນຕາມຄວາມຕ້ອງການ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’
ຢູ່ໃນຖິ່ນແຫ້ງແລ້ງກັນດານນີ້ ພວກເຂົາໄດ້ຈົ່ມຮ້າຍໃສ່ໂມເຊກັບອາໂຣນອີກ.
ໃນຕອນເຊົ້າ ພວກເຈົ້າຈະໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ຍິນສຽງຈົ່ມຮ້າຍຂອງພວກເຈົ້າຕໍ່ສູ້ພຣະອົງ ແນ່ນອນແມ່ນພວກເຈົ້າໄດ້ຈົ່ມຕໍ່ສູ້ພຣະອົງແທ້ ເພາະພວກເຮົາທັງສອງເປັນພຽງແຕ່ຜູ້ປະຕິບັດຕາມຄຳແນະນຳຂອງພຣະອົງເທົ່ານັ້ນ.”
ພວກເຂົາຈົ່ມຮ້າຍໃສ່ໂມເຊແລະອາໂຣນວ່າ, “ຕາຍຢູ່ທີ່ປະເທດເອຢິບ ຫລືຢູ່ທີ່ຖິ່ນແຫ້ງແລ້ງກັນດານກໍຍັງດີກວ່າ
ຢ່າກະບົດຕໍ່ສູ້ພຣະເຈົ້າຢາເວເລີຍ ແລະຢ່າສູ່ຢ້ານປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ. ພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ ແລະຈະຊົງທຳລາຍບັນດາພະທີ່ປົກປັກຮັກສາພວກເຂົາໃຫ້ສູນສິ້ນໄປໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”
ແລ້ວໂກຣາກໍຮວບຮວມພັກພວກຂອງຕົນ ມາຢືນປະເຊີນໜ້າກັບໂມເຊແລະອາໂຣນ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປາກົດຕໍ່ຊຸມຊົນທັງໝົດ
ພວກເຂົາໄດ້ມາເຕົ້າໂຮມກັນຕໍ່ສູ້ໂມເຊແລະຕໍ່ສູ້ອາໂຣນ ແລະກ່າວວ່າ, “ທ່ານເຮັດໂພດເກີນໄປແລ້ວໃດ! ສະມາຊິກທັງໝົດຢູ່ໃນຊຸມຊົນເປັນຄົນບໍຣິສຸດ ແລະພຣະເຈົ້າຢາເວກໍສະຖິດຢູ່ນຳພວກເຮົາທຸກຄົນ. ແລ້ວເປັນຫຍັງທ່ານຈຶ່ງຖືຕົວເໜືອກວ່າຊຸມຊົນຂອງພຣະເຈົ້າຢາເວ?”
ຫລັງຈາກທີ່ພວກເຂົາໄດ້ມາເຕົ້າໂຮມກັນ ເພື່ອປະທ້ວງໂມເຊກັບອາໂຣນແລ້ວ ພວກເຂົາຕ່າງກໍຫັນໜ້າໄປທາງຫໍເຕັນບ່ອນຊຸມນຸມ; ພວກເຂົາຈຶ່ງເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດຂຶ້ນ.
ພວກເຂົາໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະຕໍ່ໂມເຊວ່າ, “ເປັນຫຍັງທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ບ່ອນບໍ່ມີອາຫານ ແລະບໍ່ມີນໍ້າເຊັ່ນນີ້? ພວກເຮົາບໍ່ອາດທົນກິນອາຫານຕາຍໆເຊັ່ນນີ້ໄດ້ດອກ.”