Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:18 - ພຣະຄຳພີສັກສິ

18 ແຕ່​ຊາວ​ເອໂດມ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ພວກເຈົ້າ​ຜ່ານ​ດິນແດນ​ຂອງ​ພວກເຮົາ​ໄປ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຂົ້າ​ມາ ພວກເຮົາ​ຈະ​ຍົກ​ກຳລັງ​ອອກ​ໄປ​ໂຈມຕີ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 20:18
6 Jak'a apnaqawi uñst'ayäwi  

ປະຊາຊົນ​ອິດສະຣາເອນ​ກ່າວ​ວ່າ, “ພວກ​ຂ້າພະເຈົ້າ​ຈະ​ຢູ່​ຕາມ​ຖະໜົນ​ໃຫຍ່​ເທົ່ານັ້ນ ແລະ​ຖ້າ​ພວກ​ຂ້າພະເຈົ້າ​ຫລື​ຝູງສັດ​ຫາກ​ດື່ມ​ນໍ້າ​ຂອງ​ພວກທ່ານ ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ເງິນ​ໃຫ້​ພວກທ່ານ. ສິ່ງ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ແມ່ນ​ຜ່ານ​ດິນແດນ​ປະເທດ​ຂອງ​ພວກທ່ານ​ໄປ​ເທົ່ານັ້ນ.”


ແຕ່​ຊາວ​ເອໂດມ​ໄດ້​ຢືນຢັນ​ວ່າ, “ພວກເຮົາ​ບໍ່​ຍອມ​ໃຫ້​ຜ່ານ​ເປັນ​ເດັດຂາດ.” ແລ້ວ​ພວກເຂົາ​ກໍ​ຍົກທັບ​ອັນ​ເຂັ້ມແຂງ ອອກ​ມາ​ໂຈມຕີ​ປະຊາຊົນ​ອິດສະຣາເອນ.


ແຕ່​ເຈົ້າສີໂຫນ​ບໍ່​ອະນຸຍາດ​ໃຫ້​ປະຊາຊົນ​ອິດສະຣາເອນ ຜ່ານ​ເຂດແດນ​ຂອງ​ເພິ່ນ​ໄປ. ເພິ່ນ​ໄດ້​ຮວບຮວມ​ເອົາ​ກອງ​ທະຫານ ແລະ​ຍົກທັບ​ອອກ​ໄປ​ທີ່​ຢາຮາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ບຸກໂຈມຕີ​ຊາວ​ອິດສະຣາເອນ.


ຊາວ​ອິດສະຣາເອນ​ໄດ້​ອອກ​ຈາກ​ພູເຂົາ​ໂຮເຣ ມຸ້ງໜ້າ​ຕໍ່ໄປ​ຕາມ​ທາງ​ສູ່​ອ່າວ​ອາກາບາ ເພື່ອ​ເດີນທາງ​ອ້ອມ​ໄປ​ທາງ​ເຂດແດນ​ຂອງ​ເອໂດມ. ແຕ່​ໃນ​ເວລາ​ເດີນທາງ​ໄປ​ນັ້ນ ປະຊາຊົນ​ພາກັນ​ໝົດ​ຄວາມ​ອົດທົນ


ເພິ່ນ​ຈະ​ຕີ​ຊະນະ ເຫຼົ່າ​ສັດຕູ​ໃນ​ເອໂດມ ແລະ​ຢຶດເອົາ​ທີ່ດິນ​ຂອງ​ເຂົາ ມາ​ເປັນ​ກຳມະສິດ​ຂອງຕົນ​ດ້ວຍ, ແຕ່​ວ່າ​ຊາດ​ອິດສະຣາເອນ​ນັ້ນ ຈະ​ສືບຕໍ່​ເຂັ້ມແຂງ ຈະ​ສືບຕໍ່​ມີໄຊ ຕໍ່​ເຫຼົ່າ​ສັດຕູ​ໝູ່​ມານຮ້າຍ.


ຈົນກວ່າ​ພວກ​ຂ້າພະເຈົ້າ​ຈະ​ຜ່ານ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້. ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ເອໂດມ ແລະ​ຊາວ​ໂມອາບ​ທີ່​ອາໄສ​ຢູ່​ອາຣະ ກໍໄດ້​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ເຂດແດນ​ຂອງ​ພວກເຂົາ​ມາ​ແລ້ວ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka