Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:17 - ພຣະຄຳພີສັກສິ

17 ສະນັ້ນ ຈົ່ງ​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ປະເທດ​ຂອງທ່ານ​ໄປ​ດ້ວຍ. ພວກ​ຂ້າພະເຈົ້າ​ແລະ​ຝູງສັດ​ຈະ​ບໍ່​ອອກ​ນອກ​ຫົນທາງ ຫລື​ເຂົ້າ​ໄປ​ໃນ​ຮົ້ວ​ສວນ ຫລື​ສວນອະງຸ່ນ​ຂອງທ່ານ​ແລະ​ພວກ​ຂ້າພະເຈົ້າ​ກໍ​ຈະ​ບໍ່​ດື່ມ​ນໍ້າ​ຈາກ​ສ້າງ​ຂອງທ່ານ​ດ້ວຍ. ພວກ​ຂ້າພະເຈົ້າ​ຈະ​ໄປ​ຕາມ​ຖະໜົນ​ໃຫຍ່ ຈົນກວ່າ​ຈະ​ພົ້ນ​ເຂດແດນ​ປະເທດ​ຂອງທ່ານ​ໄປ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 20:17
7 Jak'a apnaqawi uñst'ayäwi  

ບັດນີ້​ຊາວ​ອຳໂມນ, ຊາວ​ໂມອາບ ແລະ​ຊາວ​ເອໂດມ​ໄດ້​ມາ​ໂຈມຕີ​ພວກ​ຂ້ານ້ອຍ. ເມື່ອ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ພວກເພິ່ນ​ເຂົ້າ​ໄປ​ໃນ​ດິນແດນ​ເຫຼົ່ານີ້; ດັ່ງນັ້ນ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ຈຶ່ງ​ໄດ້​ໂຄ້ງ​ຜ່ານ​ໄປ​ໂດຍ​ບໍ່ໄດ້​ທຳລາຍ​ພວກເຂົາ.


ເມື່ອ​ກະສັດ​ອາຣາດ​ທີ່​ຢູ່​ທາງ​ພາກ​ໃຕ້​ຂອງ​ດິນແດນ​ການາອານ ໄດ້ຍິນ​ວ່າ​ຊາວ​ອິດສະຣາເອນ​ກຳລັງ​ເດີນທາງ​ມຸ້ງໜ້າ​ມາ​ທາງ​ເມືອງ​ອາທາຣິມ; ເພິ່ນ​ຈຶ່ງ​ນຳ​ທະຫານ​ອອກ​ໄປ​ໂຈມຕີ​ພວກເຂົາ ແລະ​ຈັບ​ໄດ້​ບາງຄົນ​ມາ​ເປັນ​ຊະເລີຍເສິກ.


‘ຈົ່ງ​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ຂອງທ່ານ​ໄປ​ແດ່ທ້ອນ. ພວກ​ຂ້າພະເຈົ້າ​ຈະ​ມຸ່ງໜ້າ​ຜ່ານ​ໄປ​ໂດຍ​ຈະ​ບໍ່​ໜີ​ຈາກ​ທາງໃຫຍ່.


ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ຄ່າ​ອາຫານ​ທີ່​ພວກ​ຂ້າພະເຈົ້າ​ກິນ ແລະ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້າພະເຈົ້າ​ດື່ມ. ສິ່ງ​ດຽວ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ຄື​ພຽງແຕ່​ຜ່ານ​ດິນແດນ​ຂອງທ່ານ​ໄປ


ຈົນກວ່າ​ພວກ​ຂ້າພະເຈົ້າ​ຈະ​ຜ່ານ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້. ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ເອໂດມ ແລະ​ຊາວ​ໂມອາບ​ທີ່​ອາໄສ​ຢູ່​ອາຣະ ກໍໄດ້​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ເຂດແດນ​ຂອງ​ພວກເຂົາ​ມາ​ແລ້ວ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka