ຈົດບັນຊີ 20:16 - ພຣະຄຳພີສັກສິ16 ແລະພວກຂ້າພະເຈົ້າກໍໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. ພຣະອົງໄດ້ຍິນຄຳຮ້ອງໄຫ້ຂອງພວກຂ້າພະເຈົ້າ ຈຶ່ງສົ່ງເທວະດາຕົນໜຶ່ງນຳພາພວກຂ້າພະເຈົ້າອອກມາຈາກປະເທດເອຢິບ. ໃນເວລານີ້ ພວກຂ້າພະເຈົ້າພັກຢູ່ທີ່ກາເດັດ ເມືອງທີ່ຢູ່ໃກ້ກັບເຂດແດນຂອງທ່ານນີ້ເອງ. Uka jalj uñjjattʼäta |
ມີພຣະເຈົ້າອົງໃດອີກທີ່ກ້າໄປເອົາປະຊາຊົນຈາກຊາດອື່ນ ແລະເອົາມາຫລໍ່ຫລອມໃຫ້ເປັນປະຊາຊົນຂອງຕົນ ເໝືອນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃນປະເທດເອຢິບ? ຕໍ່ໜ້າຕໍ່ຕາຂອງພວກເຈົ້າ ພຣະອົງໄດ້ໃຊ້ຣິດອຳນາດກັບພະລັງອັນຍິ່ງໃຫຍ່ແລະຣິດເດດຂອງພຣະອົງ; ພຣະອົງໄດ້ໃຫ້ໂຣກລະບາດກັບສົງຄາມເກີດຂຶ້ນ, ເຮັດສິ່ງອັດສະຈັນກັບໝາຍສຳຄັນຕ່າງໆ ແລະເຮັດໃຫ້ສິ່ງອັນໜ້າຢ້ານກົວຍິ່ງເກີດຂຶ້ນ.