Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:14 - ພຣະຄຳພີສັກສິ

14 ແລ້ວ​ໂມເຊ​ກໍ​ໃຊ້​ຜູ້ນຳຂ່າວ​ຈາກ​ເມືອງ​ກາເດັດ ໄປ​ຫາ​ກະສັດ​ແຫ່ງ​ດິນແດນ​ເອໂດມ​ວ່າ, “ຂ່າວ​ນີ້​ແມ່ນ​ສົ່ງ​ມາ​ຈາກ​ຍາດຕິພີ່ນ້ອງ​ຂອງທ່ານ ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ທ່ານ​ກໍ​ຮູ້​ເຖິງ​ຄວາມ​ຍາກ​ລຳບາກ​ທີ່​ພວກ​ຂ້າພະເຈົ້າ​ໄດ້​ປະສົບພົບພໍ້​ມາ

Uka jalj uñjjattʼäta Copia luraña




ຈົດບັນຊີ 20:14
20 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຕອບ​ນາງ​ວ່າ, “ມີ​ສອງ​ຊົນຊາດ​ທີ່​ຢູ່​ພາຍ​ໃນ​ເຈົ້າ; ເປັນ​ສອງ​ຊົນເຜົ່າ​ທີ່​ຈະ​ເກີດ​ມາ​ຕໍ່ສູ້​ກັນ. ສ່ວນ​ຜູ້ໜຶ່ງ​ນັ້ນ​ຈະ​ແຂງແຮງ​ລື່ນ​ກວ່າ; ຜູ້​ອ້າຍ​ຈະ​ຮັບໃຊ້​ຜູ້​ເປັນ​ນ້ອງ​ຂອງຕົນ.”


ຜູ້​ທີ່​ອອກ​ມາ​ກ່ອນ​ແດງ​ແລະ​ມີ​ຂົນ​ເຕັມ​ຕົວ ເໝືອນ​ເສື້ອ​ທີ່​ເຮັດ​ດ້ວຍ​ຂົນສັດ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເອຊາວ.


ຜູ້​ທີ​ສອງ​ອອກ​ມາ​ມື​ຈັບ​ສົ້ນໜ່ອງ​ຂອງ​ເອຊາວ​ໄວ້. ສະນັ້ນ ລາວ​ຈຶ່ງ​ມີ​ຊື່​ວ່າ ຢາໂຄບ. ເມື່ອ​ລູກຊາຍ​ຝາແຝດ​ເກີດ​ມາ ອີຊາກ​ອາຍຸ​ໄດ້ 60 ປີ.


ຢາໂຄບ​ຂໍຮ້ອງ​ວ່າ, “ບັດນີ້ ຈົ່ງ​ບອກ​ຊື່​ຂອງ​ເຈົ້າ​ໃຫ້​ຂ້ອຍ​ຮູ້​ແດ່.” ແຕ່​ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ເຈົ້າ​ຢາກ​ຮູ້​ຊື່​ຂອງຂ້ອຍ​ເຮັດ​ຫຍັງ?” ແລ້ວ​ເພິ່ນ​ກໍໄດ້​ອວຍພອນ​ຢາໂຄບ.


ໂມເຊ​ເລົ່າ​ສູ່​ເຢທະໂຣ​ຟັງ​ທຸກສິ່ງ​ທຸກຢ່າງ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ກະສັດ​ຟາໂຣ​ແລະ​ຕໍ່​ຊາວ​ເອຢິບ ເພື່ອ​ຊ່ວຍ​ກອບກູ້​ເອົາ​ຊາວ​ອິດສະຣາເອນ. ເພິ່ນ​ຍັງ​ໄດ້​ເລົ່າ​ເຖິງ​ຄວາມ​ຍາກ​ລຳບາກ​ນາໆ​ປະການ ທີ່​ຊາວ​ອິດສະຣາເອນ​ໄດ້​ປະເຊີນ​ໃນ​ການ​ເດີນທາງ ແລະ​ເຖິງ​ການ​ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຢ່າງ​ໃດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ເອໂດມ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຕາມລ່າ​ຊາວ​ອິດສະຣາເອນ ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກຕົນ ໂດຍ​ບໍ່ມີ​ໃຈ​ເມດຕາ​ຕໍ່​ພວກເຂົາ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ​ຈຳກັດ ແລະ​ພວກເຂົາ​ບໍ່ເຄີຍ​ປະ​ຄວາມ​ໂກດຮ້າຍ​ນັ້ນ​ໃຫ້​ສູນສິ້ນ​ໄປ​ຈັກເທື່ອ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຮັກ​ພວກເຈົ້າ​ຕະຫລອດ​ມາ.” ແຕ່​ພວກເຂົາ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ຂອງ​ພຣະອົງ ຕໍ່​ພວກ​ຂ້ານ້ອຍ​ຢ່າງໃດ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເອຊາວ​ແລະ​ຢາໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາໂຄບ​ແລະ​ເຊື້ອສາຍ​ຂອງ​ລາວ


ພວກ​ນັກສືບ​ສອດແນມ​ຈຶ່ງ​ກັບຄືນ​ມາ​ຫາ​ໂມເຊ, ອາໂຣນ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ທີ່​ກາເດັດ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ. ພວກເຂົາ​ໄດ້​ລາຍງານ​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ ແລະ​ໄດ້​ເອົາ​ໝາກໄມ້​ທີ່​ພວກເຂົາ​ໄດ້​ນຳ​ມາ​ນັ້ນ​ໃຫ້​ເບິ່ງ.


ແລະ​ບັນພະບຸລຸດ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ໄປ​ທີ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເພິ່ນ​ໄດ້​ອາໄສ​ຢູ່​ເປັນ​ເວລາ​ຫລາຍ​ປີ. ຊາວ​ເອຢິບ​ໄດ້​ກົດຂີ່​ຂົ່ມເຫັງ​ບັນພະບຸລຸດ​ຂອງ​ພວກ​ຂ້າພະເຈົ້າ ຕະຫລອດ​ທັງ​ພວກ​ຂ້າພະເຈົ້າ​ດ້ວຍ


ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ອອກ​ຈາກ​ກາເດັດ ແລະ​ເດີນທາງ​ມາ​ຮອດ​ພູເຂົາ​ໂຮເຣ


ຢ່າ​ດູໝິ່ນ​ປະໝາດ​ຊາວ​ເອໂດມ ເພາະ​ພວກເຂົາ​ເປັນ​ຍາດພີ່ນ້ອງ​ຂອງ​ພວກເຈົ້າ. ຢ່າ​ນຳ​ການ​ສາບແຊ່ງ​ມາ​ສູ່​ຊາວ​ເອຢິບ ເພາະ​ຄັ້ງ​ໜຶ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ.


ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ທະເລແດງ​ແຫ້ງ​ຕໍ່ໜ້າ​ພວກເຈົ້າ ເມື່ອ​ພວກເຈົ້າ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຮົາ​ຍັງ​ໄດ້ຍິນ​ອີກ​ວ່າ ພວກເຈົ້າ​ໄດ້​ຂ້າ​ເຈົ້າສີໂຫນ​ແລະ​ເຈົ້າໂອກ ກະສັດ​ສອງ​ຄົນ​ຂອງ​ຊາວ​ອາໂມ​ຢ່າງ​ໃດ ທີ່​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ ທຸກຄົນ​ໃນ​ດິນແດນ​ນີ້​ຢ້ານກົວ​ພວກເຈົ້າ​ຫລາຍ


ແລະ​ເຖິງ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ຊາວ​ອາໂມ​ສອງ​ຄົນ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ​ແລະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ປົກຄອງ​ຢູ່​ໃນ​ເມືອງ​ອັດຊະຕາໂຣດ.


ແລ້ວ​ພວກເຂົາ​ກໍໄດ້​ເລົ່າ​ເລື່ອງ​ໃຫ້​ໂຢຊວຍ​ຟັງ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ມາ​ແຕ່​ດິນແດນ​ໄກ​ທີ່ສຸດ ເພາະ​ໄດ້ຍິນ​ເລື່ອງ​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ. ພວກ​ຂ້ານ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ປະເທດ​ເອຢິບ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka