Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:12 - ພຣະຄຳພີສັກສິ

12 ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ອາໂຣນ​ວ່າ, “ຍ້ອນ​ພວກເຈົ້າ​ບໍ່ມີ​ຄວາມເຊື່ອ​ພຽງພໍ​ທີ່​ຈະ​ຮັບຮູ້​ຣິດເດດ​ອັນ​ສັກສິດ​ຂອງເຮົາ ຊ້ອງໜ້າ​ປະຊາຊົນ​ອິດສະຣາເອນ, ພວກເຈົ້າ​ຈະ​ບໍ່ໄດ້​ນຳພາ​ພວກເຂົາ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 20:12
26 Jak'a apnaqawi uñst'ayäwi  

ວັນ​ຕໍ່ມາ​ແຕ່​ເຊົ້າໆ ປະຊາຊົນ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ກ່ອນ​ພວກເຂົາ​ຈະ​ອອກ​ໄປ ກະສັດ​ເຢໂຮຊາຟັດ​ໄດ້​ກ່າວ​ແກ່​ພວກເຂົາ ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້: “ນັກຮົບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ແລະ​ພວກທ່ານ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ. ຈົ່ງ​ເຊື່ອໝັ້ນ​ສິ່ງ​ທີ່​ຜູ້ທຳນວາຍ​ບອກ​ພວກທ່ານ ແລະ​ພວກທ່ານ​ຈະ​ເຮັດ​ສຳເລັດ​ໜ້າທີ່.”


ທີ່​ບໍ່ນໍ້າ​ເມຣິບາ ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ໂມເຊ​ກໍ​ເດືອດຮ້ອນ​ນຳ​ເພາະ​ເລື່ອງ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ. ພຣະອົງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ແມ່ນ​ວ່າ​ພຣະອົງ​ລົງໂທດ​ຍ້ອນ​ການບາບ​ກໍຕາມ.


ອິດສະຣາເອນ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ນະຄອນ​ຊາມາເຣຍ ເມືອງເອກ​ຂອງ​ປະເທດ ແລະ​ຊາມາເຣຍ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເປກາ. ຖ້າ​ພວກເຈົ້າ​ບໍ່​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່ໄດ້.”’


ຈົ່ງ​ຈື່ຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ; ຈົ່ງ​ຢ້ານຢຳ​ແລະ​ຢ້ານກົວ​ພຣະອົງ​ເຖີດ.


ຫລັງຈາກ​ເຮົາ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ທັງຫລາຍ ທີ່​ພວກເຈົ້າ​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ໂຮມ​ພວກເຈົ້າ​ເຂົ້າກັນ​ແລ້ວ; ເຮົາ​ຈະ​ຮັບ​ເຄື່ອງ​ຖວາຍບູຊາ​ຕ່າງໆ​ທີ່​ພວກເຈົ້າ​ນຳ​ມາ​ເຜົາ ແລະ​ຊົນຊາດ​ທັງຫລາຍ​ຈະ​ເຫັນ​ວ່າ​ເຮົາ​ບໍຣິສຸດ.


ເມື່ອ​ເຮົາ​ສຳແດງ​ໃຫ້​ຊົນຊາດ​ທັງຫລາຍ ເຫັນ​ຄວາມ​ສັກສິດ​ຂອງ​ນາມ​ອັນ​ຍິ່ງໃຫຍ່​ຂອງເຮົາ​ແລ້ວ ຄື​ນາມ​ທີ່​ພວກເຈົ້າ​ໄດ້​ດູຖູກ​ໃນ​ທ່າມກາງ​ພວກເຂົາ; ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເຮົາ​ຈະ​ໃຊ້​ພວກເຈົ້າ​ເພື່ອ​ສະແດງ​ຕໍ່ໜ້າ​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ບໍຣິສຸດ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຈົ້າ​ຈະ​ເລີ່ມ​ຄິດ​ແຜນການ​ອັນ​ຊົ່ວຮ້າຍ.


ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.


ຖ້າ​ພຣະອົງ​ຈະ​ເຮັດ​ຕໍ່​ຂ້ານ້ອຍ​ຢ່າງນີ້​ແລ້ວ ຈົ່ງ​ສັງຫານ​ຂ້ານ້ອຍ​ຖິ້ມ​ເສຍ ຖ້າ​ພຣະຄຸນ​ຂອງ​ພຣະອົງ​ຍັງ​ມີ​ສຳລັບ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່ໄດ້​ປະເຊີນ​ຕໍ່​ຄວາມ​ຫຼົ້ມຈົມ​ອັນ​ໂຫດຮ້າຍ​ທີ່​ຈະ​ມາ​ຖືກ​ຂ້ານ້ອຍ​ຕໍ່ໄປ.”


“ອາໂຣນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ; ລາວ​ຈະ​ຕາຍ ເພາະ​ພວກເຈົ້າ​ທັງສອງ​ໄດ້​ກະບົດ​ຕໍ່​ຄຳສັ່ງ​ຂອງເຮົາ​ທີ່​ເມຣີບາ.


ເພາະ​ເຈົ້າ​ທັງສອງ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ຄາວ​ທີ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຈົ່ມຮ້າຍ​ໃສ່​ເຮົາ​ທີ່​ເມຣິບາ​ນັ້ນ ເຈົ້າ​ປະຕິເສດ​ບໍ່​ຍອມ​ຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ຕໍ່ໜ້າ​ພວກເຂົາ.” (ເມຣິບາ​ແມ່ນ​ບໍ່ນໍ້າ​ທີ່​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ.)


ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.”


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [


ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”


ຄວາມສຸກ​ມີ​ແກ່​ນາງ​ທີ່​ໄດ້​ເຊື່ອ​ວ່າ ຈະ​ສຳເລັດ​ຕາມ​ພຣະທຳ​ທີ່​ນາງ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.”


ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ເພິ່ນ​ບໍ່ໄດ້​ເສຍ​ຄວາມເຊື່ອ ແລະ​ບໍ່ໄດ້​ສົງໄສ​ໃນ​ຄຳສັນຍາ​ຂອງ​ພຣະເຈົ້າ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ເຂັ້ມແຂງ​ຂຶ້ນ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ.


ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ເໝືອນກັນ ແລະ​ກ່າວ​ວ່າ ‘ໂມເຊເອີຍ ເຈົ້າ​ເໝືອນກັນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ຕໍ່​ລາວ​ວ່າ, “ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ວ່າ ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ພວກເຂົາ. ເຮົາ​ໃຫ້​ເຈົ້າ​ເຫັນ​ດິນແດນ​ນີ້ ແຕ່​ເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ທີ່ນັ້ນ.”


ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ແລະ​ປະກາດ​ຢ່າງ​ໜັກແໜ້ນ​ວ່າ, ຂ້າພະເຈົ້າ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.


“ໂມເຊ​ຜູ້ຮັບໃຊ້​ຂອງເຮົາ​ກໍ​ຕາຍໄປ​ແລ້ວ ບັດນີ້ ເຈົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ທຸກຄົນ ຈົ່ງ​ຕຽມຕົວ​ໃຫ້​ພ້ອມ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ໃຫ້​ພວກເຈົ້າ.


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka