Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 20:1 - ພຣະຄຳພີສັກສິ

1 ໃນ​ເດືອນ​ທຳອິດ ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກາເດັດ. ນາງ​ມີຣີອາມ​ໄດ້​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 20:1
23 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍໄດ້​ເຄື່ອນທັບ​ມາ​ເຖິງ​ເມືອງ​ກາເດັດ. (ເມືອງ​ນີ້​ມີ​ຊື່​ອີກ​ວ່າ​ເອນມິດສະປັດ.) ພວກເຂົາ​ໄດ້​ເອົາ​ຊະນະ​ທຸກ​ເມືອງ​ຂອງ​ຊາວ​ອາມາເຫຼັກ ຕະຫລອດ​ທັງ​ຊາວ​ອາໂມ ທີ່​ອາໄສ​ຢູ່​ໃນ​ເມືອງ​ຮາຊາໂຊນຕາມາ.


ສຽງ​ຂອງ​ພຣະເຈົ້າຢາເວ​ສັ່ນ​ຖິ່ນ​ແຫ້ງແລ້ງ​ກັນດານ ພຣະເຈົ້າຢາເວ​ສັ່ນ​ຖິ່ນ​ແຫ້ງແລ້ງ​ກັນດານ​ກາເດັດ​ດ້ວຍ.


ແລ້ວ​ນາງ​ມີຣີອາມ ເອື້ອຍ​ອາໂຣນ​ທີ່​ເປັນ​ຜູ້ທຳນວາຍ​ກໍ​ຕີ​ກອງ​ອອກ​ໜ້າ ຕິດຕາມ​ດ້ວຍ​ຜູ້ຍິງ​ທຸກຄົນ​ທັງ​ຕີ​ກອງ​ແລະ​ຟ້ອນລຳ.


ຜູ້​ເປັນ​ເອື້ອຍ​ຂອງ​ເດັກນ້ອຍ​ນັ້ນ​ກໍ​ຢືນ​ຢູ່​ຫ່າງໆ ເພື່ອ​ຢາກ​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແກ່​ນ້ອງ​ຂອງຕົນ.


ສ່ວນ​ເອື້ອຍ​ຂອງລາວ​ກໍ​ຟ້າວ​ມາ​ຖາມ​ລູກສາວ​ຂອງ​ກະສັດ​ຟາໂຣ​ວ່າ, “ຢາກ​ໃຫ້​ຂ້ານ້ອຍ​ໄປ​ຫາ​ຍິງ​ຊາວ​ເຮັບເຣີ ມາ​ລ້ຽງ​ເດັກນ້ອຍ​ໃຫ້​ຫລື​ບໍ່?”


ຊາຍແດນ​ດ້ານ​ໃຕ້ ນັບ​ຈາກ​ທິດ​ຕາເວັນອອກ​ສ່ຽງໃຕ້​ຂອງ​ຕາມາ ເຖິງ​ນໍ້າພຸ​ກາເດັດ​ເມຣີບາ ແມ່ນ​ໄປ​ທາງ​ທິດ​ຕາເວັນຕົກ​ສ່ຽງເໜືອ ລຽບຕາມ​ຊາຍແດນ​ປະເທດ​ເອຢິບ​ຈົນເຖິງ​ທະເລ​ເມດີແຕຣາເນ.


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ.


ໂມເຊ​ໄດ້​ແຕ່ງງານ​ກັບ​ຍິງ​ສາວ​ຜູ້ໜຶ່ງ​ທີ່​ເປັນ​ຊາວ​ກູເຊ ແລະ​ມີຣີອາມ​ກັບ​ອາໂຣນ​ໄດ້​ຕໍ່ສູ້​ໂມເຊ​ກ່ຽວກັບ​ເລື່ອງ​ນີ້.


ໃນ​ເວລາ​ດຽວກັນ​ນັ້ນ​ເມກ​ກໍ​ລອຍ​ຂຶ້ນ​ໄປ​ຈາກ​ຫໍເຕັນ ແລະ​ໃນທັນໃດ ມີຣີອາມ​ກໍ​ເກີດ​ພະຍາດ​ຂີ້ທູດ ຄື​ຜິວໜັງ​ຂາວ​ດັ່ງ​ນວນຝ້າຍ. ເມື່ອ​ອາໂຣນ​ຫລຽວເບິ່ງ​ແລະ​ເຫັນ​ວ່າ​ນາງ​ເປັນ​ຂີ້ທູດ


ສະນັ້ນ ມີຣີອາມ​ຈຶ່ງ​ຢູ່​ນອກ​ຄ້າຍ​ເຈັດ​ວັນ ແລະ​ປະຊາຊົນ​ບໍ່ໄດ້​ຍົກຍ້າຍ​ໄປ​ໃສ​ຈົນກວ່າ​ນາງ​ໄດ້​ຖືກ​ນຳ​ເຂົ້າ​ມາ​ອີກ.


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.


ພວກ​ນັກສືບ​ສອດແນມ​ຈຶ່ງ​ກັບຄືນ​ມາ​ຫາ​ໂມເຊ, ອາໂຣນ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ທີ່​ກາເດັດ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ. ພວກເຂົາ​ໄດ້​ລາຍງານ​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ ແລະ​ໄດ້​ເອົາ​ໝາກໄມ້​ທີ່​ພວກເຂົາ​ໄດ້​ນຳ​ມາ​ນັ້ນ​ໃຫ້​ເບິ່ງ.


ແລະ​ພວກ​ຂ້າພະເຈົ້າ​ກໍໄດ້​ຮ້ອງ​ຂໍ​ຕໍ່​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ. ພຣະອົງ​ໄດ້ຍິນ​ຄຳ​ຮ້ອງໄຫ້​ຂອງ​ພວກ​ຂ້າພະເຈົ້າ ຈຶ່ງ​ສົ່ງ​ເທວະດາ​ຕົນ​ໜຶ່ງ​ນຳພາ​ພວກ​ຂ້າພະເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. ໃນ​ເວລານີ້ ພວກ​ຂ້າພະເຈົ້າ​ພັກ​ຢູ່​ທີ່​ກາເດັດ ເມືອງ​ທີ່​ຢູ່​ໃກ້​ກັບ​ເຂດແດນ​ຂອງທ່ານ​ນີ້ເອງ.


ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ອອກ​ຈາກ​ກາເດັດ ແລະ​ເດີນທາງ​ມາ​ຮອດ​ພູເຂົາ​ໂຮເຣ


ແລະ​ໂມເຊ​ກໍ​ຖອດ​ເຄື່ອງ​ຕຳແໜ່ງ​ປະໂຣຫິດ​ອອກ​ຈາກ​ອາໂຣນ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ​ຜູ້​ເປັນ​ລູກຊາຍ. ອາໂຣນ​ຕາຍ ຢູ່​ທີ່​ຈອມ​ພູ; ໂມເຊ​ແລະ​ເອເລອາຊາ​ຈຶ່ງ​ກັບ​ລົງ​ມາ.


ເມຍ​ຂອງ​ລາວ​ແມ່ນ​ໂຢເກເບັດ ລູກສາວ​ຂອງ​ເລວີ​ທີ່​ເກີດ​ໃນ​ປະເທດ​ເອຢິບ. ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ອຳຣາມ​ສອງ​ຄົນ ດັ່ງນີ້: ອາໂຣນ ແລະ ໂມເຊ​ກັບ​ລູກສາວ​ຜູ້ໜຶ່ງ​ຊື່​ມີຣີອາມ.


ເພາະ​ເຈົ້າ​ທັງສອງ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ຄາວ​ທີ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຈົ່ມຮ້າຍ​ໃສ່​ເຮົາ​ທີ່​ເມຣິບາ​ນັ້ນ ເຈົ້າ​ປະຕິເສດ​ບໍ່​ຍອມ​ຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ຕໍ່ໜ້າ​ພວກເຂົາ.” (ເມຣິບາ​ແມ່ນ​ບໍ່ນໍ້າ​ທີ່​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ.)


ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ກາເດັດ​ເປັນ​ເວລາ​ດົນນານ.


ເຫດການ​ນີ້​ໄດ້​ເກີດຂຶ້ນ 38 ປີ​ຜ່ານ​ມາ​ແລ້ວ ຫລັງຈາກ​ທີ່​ພວກເຮົາ​ໄດ້​ໜີ​ມາ​ຈາກ​ກາເດັດ​ບາກເນອາ. ນັກຮົບ​ທັງໝົດ​ໃນ​ລຸ້ນ​ນັ້ນ ໄດ້​ຕາຍໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.


ເພາະ​ເຈົ້າ​ທັງສອງ​ບໍ່​ສັດຊື່​ຕໍ່​ເຮົາ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ. ຄາວ​ຢູ່​ທີ່​ແມ່ນໍ້າ​ເມຣີບາ ໃກ້​ກັບ​ເມືອງ​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ນັ້ນ ພວກເຈົ້າ​ຫລົບລູ່​ກຽດ​ຂອງເຮົາ​ໃນ​ທ່າມກາງ​ປະຊາຊົນ​ອິດສາຣະເອນ.


ເລື່ອງ​ເປັນ​ມາ​ດັ່ງນີ້: ເມື່ອ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກເຂົາ​ໄດ້​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ສູ່​ອ່າວ​ອາກາບາ​ແລະ​ໄດ້​ມາ​ຮອດ​ກາເດັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka