34 ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງປະຕິບັດຕາມ ທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊໄວ້ທຸກປະການ. ແຕ່ລະຄົນໃນພວກເຂົາໄດ້ຕັ້ງຄ້າຍພັກຢູ່ພາຍໃຕ້ທຸງໄຊຂອງຕົນ ແລະຍົກອອກໄປຕາມຕະກຸນຂອງຕົນ.
ຖ້າຂ້ານ້ອຍເອົາໃຈໃສ່ຕໍ່ຂໍ້ຄຳສັ່ງທຸກຢ່າງຂອງພຣະອົງ ຂ້ານ້ອຍກໍຈະບໍ່ໄດ້ຖືກອັບອາຍຂາຍໜ້າ.
ຊາວອິດສະຣາເອນໄດ້ເຮັດວຽກທຸກຢ່າງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ໂມເຊໄດ້ຈົດຊື່ປະຊາຊົນນີ້ຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ.
ສ່ວນຊາວອິດສະຣາເອນພວກອື່ນນັ້ນ ຈະຕ້ອງຕັ້ງຄ້າຍພັກຂອງພວກຕົນເປັນກອງຮ້ອຍຄື: ແຕ່ລະຄົນຕາມໝວດແລະຕາມທຸງປະຈຳຕະກຸນຂອງຕົນ.
ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ເຮັດທຸກໆສິ່ງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ແລະຊາວອິດສະຣາເອນໄດ້ເລີ່ມອອກເດີນທາງຈາກຖິ່ນແຫ້ງແລ້ງກັນດານຊີນາຍ. ເມກນັ້ນໄດ້ມາຢຸດຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ.
ອັນນີ້ ແມ່ນລະບຽບການຍົກຍ້າຍຂະບວນໄປຕາມລຳດັບເທື່ອລະກອງຮ້ອຍ ໃນເວລາໃດທີ່ຊາວອິດສະຣາເອນມ້າງຫລືຕັ້ງຄ້າຍຂຶ້ນໃໝ່.
ຄື: ເມື່ອຊາວອິດສະຣາເອນຕັ້ງຄ້າຍພັກ ໃຫ້ແຕ່ລະຄົນຕັ້ງຄ້າຍຢູ່ພາຍໃຕ້ທຸງໄຊປະຈຳກອງພົນ ແລະທຸງປະຈຳຕະກຸນຂອງຕົນເອງ. ໃຫ້ຕັ້ງຄ້າຍພັກຢູ່ອ້ອມຮອບຫໍເຕັນບ່ອນຊຸມນຸມ ແຕ່ໃຫ້ຫ່າງໄກພໍສົມຄວນ.
ສ່ວນຊາວເລວີບໍ່ໄດ້ຖືກຈົດຊື່ລວມເຂົ້ານຳພວກອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊ.
ຂ້າພະເຈົ້າຫຼິງເຫັນວ່າ ອະນາຄົດຂອງຊາດອິດສະຣາເອນ ຈະບໍ່ນຳໂຊກຮ້າຍໃດໆ ຫລືຄວາມລຳບາກມາສູ່ພວກເຂົາຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ກໍສະຖິດຢູ່ນຳພວກເຂົາ ພວກເຂົາປະກາດວ່າພຣະອົງ ເປັນກະສັດຂອງພວກເຂົາເຈົ້າ.
ແລະເຫັນປະຊາຊົນອິດສະຣາເອນຕັ້ງຄ້າຍພັກຢູ່ຕາມເຜົ່າຂອງຕົນ. ພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມລາວ
ຕໍ່ໄປນີ້ແມ່ນຄົນໃນຄອບຄົວຂອງອາໂຣນແລະໂມເຊ ຄາວທີ່ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊຢູ່ເທິງພູເຂົາຊີນາຍ.
ສອງຜົວເມຍນີ້ດຳເນີນຊີວິດຢ່າງຖືກຕ້ອງຕໍ່ສາຍພຣະເນດຂອງພຣະເຈົ້າ ໂດຍເຊື່ອຟັງກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລະຂໍ້ຄຳສັ່ງຂອງພຣະອົງຢ່າງບໍ່ມີທີ່ຕິ.