Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 2:3 - ພຣະຄຳພີສັກສິ

3-9 ທາງດ້ານ​ຕາເວັນອອກ ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຢູດາ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້​ກອງພົນ​ຂອງ​ຢູດາ​ຍົກ​ອອກ​ໜ້າ​ກ່ອນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 2:3
19 Jak'a apnaqawi uñst'ayäwi  

ເມື່ອ​ຢາໂຄບ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ ຣູເບັນ​ໄດ້​ລັກ​ນອນ​ນຳ​ນາງ​ບິນຮາ ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ; ເມື່ອ​ຢາໂຄບ​ຮູ້​ເລື່ອງ​ນີ້ ເພິ່ນ​ກໍ​ຮ້າຍ​ຫຼາຍ. ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ.


ລູກຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ ມີ​ດັ່ງນີ້: ຣູເບັນ​ຜູ້​ເປັນ​ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ​ເຊບູໂລນ.


ເຊື້ອສາຍ​ຄອບຄົວ​ທີ່​ສືບ​ຈາກ​ຣາມ​ເຖິງ​ເຢຊີ ມີ​ດັ່ງນີ້: ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, (ບຸກຄົນ​ສຳຄັນ​ຂອງ​ເຜົ່າ​ຢູດາຍ)


ແຕ່​ຢ່າງໃດ​ກໍດີ ແມ່ນ​ເຜົ່າຢູດາ​ທີ່​ໄດ້​ເຂັ້ມແຂງ​ທີ່ສຸດ ແລະ​ໃຫ້​ຜູ້ປົກຄອງ​ຄົນ​ໜຶ່ງ​ສືບ​ມາ​ຈາກ​ເຜົ່າ​ນີ້​ແກ່​ເຜົ່າ​ທັງໝົດ.)


ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ຕໍ່ໄປນີ້​ແມ່ນ​ລາຍຊື່​ບຸກຄົນ ຄື​ບັນດາ​ຜູ້ນຳ​ຢູ່​ໃນ​ເຜົ່າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ຖືກ​ຄັດເລືອກ​ຈາກ​ຊຸມຊົນ ໃຫ້​ຊ່ວຍເຫລືອ​ໃນ​ວຽກງານ​ການ​ຈົດ​ຈຳນວນພົນ​ໃນ​ຄັ້ງ​ນີ້: ຊື່​ເຜົ່າ ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ


ເມື່ອ​ສຽງ​ແກ​ດັງ​ສັ້ນໆ ໃຫ້​ເຜົ່າ​ຕ່າງໆ​ທີ່​ຕັ້ງ​ຄ້າຍ​ຢູ່​ທາງທິດ​ຕາເວັນອອກ​ຍົກ​ອອກ​ໄປ.


ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ພວກເຂົາ​ນຳ​ຂອງ​ມາ​ຖວາຍ​ເປັນ​ລຳດັບ​ກັນ​ດັ່ງນີ້: ມື້ ເຜົ່າ ຜູ້ນຳ ທີ 1 ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ທີ 2 ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ທີ 3 ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ທີ 4 ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ທີ 5 ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ທີ 6 ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ທີ 7 ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ທີ 8 ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ທີ 9 ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ທີ 10 ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ທີ 11 ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ທີ 12 ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ. ຫົວໜ້າ​ແຕ່ລະຄົນ​ໄດ້​ນຳ​ເຄື່ອງ​ຖວາຍ​ຢ່າງ​ດຽວກັນ​ມາ​ດັ່ງນີ້: ຊາມ​ເງິນ​ໜຶ່ງ​ໃບ ໜັກ 1.500 ກຼາມ, ອ່າງ​ເງິນ​ໃບ​ໜຶ່ງ ໜັກ 800 ກຼາມ ໂດຍ​ໄດ້​ຄິດໄລ່​ຕາມ​ອັດຕາຊັ່ງ​ຂອງ​ສຳນັກ​ນະມັດສະການ, ຊາມ​ແລະ​ອ່າງ​ທັງສອງ​ໃບ​ເຕັມ​ດ້ວຍ​ແປ້ງ ປົນ​ກັບ​ນໍ້າມັນ​ໝາກກອກເທດ ຕາມ​ລະບຽບ​ການ​ຖວາຍ​ພືດຜົນ​ເປັນເມັດ; ຈານ​ຄຳ​ໜຶ່ງ​ໃບ, ໜັກ 110 ກຼາມ, ໃສ່​ເຄື່ອງຫອມ​ມາ​ພ້ອມ; ງົວເຖິກ​ໜຸ່ມ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ສຳລັບ​ເຜົາບູຊາ; ແບ້ເຖິກ​ໂຕໜຶ່ງ​ສຳລັບ​ຖວາຍບູຊາ​ລຶບລ້າງ​ບາບ; ງົວເຖິກ​ສອງ​ໂຕ, ແກະເຖິກ ຫ້າ​ໂຕ, ແບ້ເຖິກ​ຫ້າ​ໂຕ ແລະ​ລູກແກະເຖິກ​ຫ້າ​ໂຕ ອາຍຸ​ໜຶ່ງ​ປີ ສຳລັບ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka