ຈົດບັນຊີ 2:2 - ພຣະຄຳພີສັກສິ2 ຄື: ເມື່ອຊາວອິດສະຣາເອນຕັ້ງຄ້າຍພັກ ໃຫ້ແຕ່ລະຄົນຕັ້ງຄ້າຍຢູ່ພາຍໃຕ້ທຸງໄຊປະຈຳກອງພົນ ແລະທຸງປະຈຳຕະກຸນຂອງຕົນເອງ. ໃຫ້ຕັ້ງຄ້າຍພັກຢູ່ອ້ອມຮອບຫໍເຕັນບ່ອນຊຸມນຸມ ແຕ່ໃຫ້ຫ່າງໄກພໍສົມຄວນ. Uka jalj uñjjattʼäta |
“ມະນຸດເອີຍ ນີ້ແຫລະແມ່ນບັນລັງຂອງເຮົາ. ເຮົາຈະຢູ່ທີ່ນີ້ໃນທ່າມກາງປະຊາຊົນອິດສະຣາເອນ ແລະປົກຄອງພວກເຂົາຕະຫລອດໄປ. ປະຊາຊົນອິດສະຣາເອນຕະຫລອດທັງບັນດາກະສັດຂອງພວກເຂົາ ຈະຕ້ອງບໍ່ເຮັດໃຫ້ນາມອັນບໍຣິສຸດຂອງເຮົາເປັນທີ່ອັບອາຍຂາຍໜ້າອີກຕໍ່ໄປ ໂດຍຂາບໄຫວ້ພະອື່ນ ຫລືໂດຍຝັງສົບຂອງ ກະສັດຂອງພວກເຂົາທີ່ໄດ້ຕາຍໄປແລ້ວໃນທີ່ນີ້ອີກ.
ທາງດ້ານໃຕ້ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງຣູເບັນ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຣູເບັນ ເອລີຊູ, ລູກຊາຍຂອງເຊເດອູເຣ 46.500 ຄົນ ຊີເມໂອນ ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ 59.300 ຄົນ ກາດ ເອລີອາສັບ, ລູກຊາຍຂອງດູເອນ 45.650 ຄົນ ລວມ: 151.450 ຄົນ ໃຫ້ກອງພົນຂອງຣູເບັນຍົກອອກໄປເປັນພວກທີສອງ.
ທາງດ້ານຕາເວັນອອກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້ກອງພົນຂອງຢູດາຍົກອອກໜ້າກ່ອນ.
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.