Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 2:18 - ພຣະຄຳພີສັກສິ

18-24 ທາງດ້ານ​ຕາເວັນຕົກ ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເອຟຣາອິມ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ​ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ 40.500 ຄົນ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ 32.200 ຄົນ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ 35.400 ຄົນ ລວມ: 108.100 ຄົນ ໃຫ້​ກອງພົນ​ຂອງ​ເອຟຣາອິມ​ຍົກ​ອອກ​ໄປ​ເປັນ​ພວກ​ທີ​ສາມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 2:18
13 Jak'a apnaqawi uñst'ayäwi  

ຢາໂຄບ​ກ່າວ​ຕໍ່ໄປ​ວ່າ, “ໂຢເຊັບ​ເອີຍ ລູກຊາຍ​ຂອງ​ເຈົ້າ​ສອງ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ປະເທດ​ເອຢິບ ກ່ອນ​ພໍ່​ມາ​ຢູ່​ນີ້​ເປັນ​ລູກ​ຂອງ​ພໍ່. ເອຟຣາອິມ​ແລະ​ມານາເຊ​ກໍ​ເທົ່າໆ​ກັບ​ຣູເບັນ​ແລະ​ຊີເມໂອນ.


ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”


ຕໍ່ມາ ພວກ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ເອຟຣາອິມ ກໍ​ເລີ່ມ​ອອກ​ເດີນທາງ ເທື່ອລະ​ກອງຮ້ອຍ​ໂດຍ​ມີ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ ເປັນ​ຜູ້​ບັນຊາການ.


ໂຢເຊັບ​ມີ​ກຳລັງ​ກ້າ​ຄື​ງົວກະທີງ​ເຖິກ​ໂຕໜຶ່ງ ຈຶ່ງ​ເກັ່ງກ້າ​ຕໍ່ສູ້ ເພາະ​ຮູ້​ວ່າ​ຕົນ​ມີ​ເຂົາ​ຕ້ານທານ; ເຂົາ​ຂອງ​ລາວ​ນັ້ນ​ມີ​ມານາເຊ​ຫລາຍ​ພັນ​ຄົນ​ຊ່ວຍ ແລະ​ຂອງ​ເອຟຣາອິມ​ເປັນ​ໝື່ນໆ​ຊຶ່ງ​ເປັນ​ກຳລັງ. ດ້ວຍ​ກຳລັງ​ເຫຼົ່ານັ້ນ​ລາວ​ຈຶ່ງ​ໄລ່​ຫລາຍ​ຊົນຊາດ​ໜີ ແລະ​ດັນ​ພວກເຂົາ​ອອກ​ໄປ​ຈົນ​ສຸດ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka