Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 2:17 - ພຣະຄຳພີສັກສິ

17 ຕໍ່ມາ ລະຫວ່າງ​ສອງ​ກອງພົນ​ທີ່​ນຳ​ໜ້າ​ກ່ອນ ແລະ​ສອງ​ກອງພົນ​ທີ່​ນຳຫລັງ​ນັ້ນ ໃຫ້​ຊາວ​ເລວີ​ຫາມ​ຫໍເຕັນ​ບ່ອນ​ຊຸມນຸມ​ຍົກ​ອອກ​ໄປ. ແຕ່ລະ​ກອງພົນ​ຈະ​ຕ້ອງ​ຍົກ​ອອກ​ໄປ​ໃຫ້​ເປັນ​ລຳດັບ​ແບບ​ດຽວກັນ ແລະ​ໃນ​ບ່ອນ​ທີ່​ຕັ້ງ​ຄ້າຍພັກ​ກໍ​ໃຫ້​ຢູ່​ໃນ​ລະບຽບ​ນີ້​ຄື: ແຕ່ລະ​ກອງພົນ​ໃຫ້​ຢູ່​ພາຍໃຕ້​ທຸງໄຊ​ຂອງຕົນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 2:17
8 Jak'a apnaqawi uñst'ayäwi  

ເວລາ​ມ້າງ​ຫໍເຕັນ​ສັກສິດ​ແລ້ວໆ ຕະກຸນ​ຂອງ​ເກໂຊນ​ແລະ​ເມຣາຣີ ຈະ​ເປັນ​ພວກ​ແບກຫາມ​ຫໍເຕັນ​ສັກສິດ​ອອກ​ເດີນທາງ​ໄປ.


ແລ້ວ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ​ທີ່​ເປັນ​ພວກ​ແບກຫາມ​ເຄື່ອງ​ສັກສິດ ກໍ​ເລີ່ມ​ອອກ​ເດີນທາງ. ເມື່ອ​ພວກ​ນີ້​ໄດ້​ເດີນທາງ​ໄປ​ຮອດ​ຄ້າຍພັກ​ໃໝ່​ແລ້ວ ພວກ​ອື່ນໆ​ທີ່​ໄປ​ກ່ອນ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ແນະນຳ​ໂມເຊ​ແລະ​ອາໂຣນ​ດັ່ງ​ຕໍ່ໄປນີ້


ທາງດ້ານ​ຕາເວັນຕົກ ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເອຟຣາອິມ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ​ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ 40.500 ຄົນ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ 32.200 ຄົນ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ 35.400 ຄົນ ລວມ: 108.100 ຄົນ ໃຫ້​ກອງພົນ​ຂອງ​ເອຟຣາອິມ​ຍົກ​ອອກ​ໄປ​ເປັນ​ພວກ​ທີ​ສາມ.


ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ​ແລະ​ມີ​ລະບຽບ.


ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka