ຈົດບັນຊີ 19:9 - ພຣະຄຳພີສັກສິ9 ແລ້ວໃຫ້ຊາຍຜູ້ໜຶ່ງທີ່ບໍ່ເປັນມົນທິນຕາມກົດບັນຍັດໄປເກັບເອົາຂີ້ເຖົ່າຂອງງົວແມ່ ແລ້ວເອົາໄປວາງຮັກສາໄວ້ໃນບ່ອນທີ່ສະອາດນອກຄ້າຍຕາມກົດບັນຍັດ ເພື່ອຊຸມຊົນອິດສະຣາເອນຈະໄດ້ເອົາມາໃຊ້ເປັນນໍ້າຊຳລະມົນທິນເພື່ອລົບລ້າງບາບ. Uka jalj uñjjattʼäta |
ໃນກໍລະນີທຳອິດ ໃຫ້ຜູ້ໜຶ່ງທີ່ບໍ່ເປັນມົນທິນນັ້ນ ເອົາໃບຕົ້ນຫູສົບມັດໜຶ່ງ ຈຸ່ມລົງໃນນໍ້າແລະຊິດໃສ່ຜ້າເຕັນ, ໃສ່ທຸກໆສິ່ງ ແລະໃສ່ຄົນທີ່ຢູ່ໃນຫໍເຕັນ. ໃນກໍລະນີທີສອງ ໃຫ້ຜູ້ໜຶ່ງທີ່ບໍ່ເປັນມົນທິນຕາມກົດບັນຍັດ ເອົານໍ້າຊິດໃສ່ຜູ້ທີ່ໄດ້ຈັບບາຍກະດູກຄົນ ຫລືຊາກສົບຄົນຕາຍ ຫລືຂຸມຝັງສົບ.