Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:6 - ພຣະຄຳພີສັກສິ

6 ແລ້ວ​ໃຫ້​ເພິ່ນ​ເອົາ​ໄມ້​ສົນສີດາ​ຈຳນວນ​ໜຶ່ງ, ໃບ​ຕົ້ນ​ຫູສົບ​ມັດໜຶ່ງ ແລະ​ດ້າຍ​ສີແດງ​ເສັ້ນໜຶ່ງ​ຖິ້ມ​ໃສ່​ໄຟ.

Uka jalj uñjjattʼäta Copia luraña




ຈົດບັນຊີ 19:6
6 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ເພິ່ນ​ຈະ​ສັ່ງ​ລາວ​ໃຫ້​ນຳ​ນົກ​ສອງ​ໂຕ​ທີ່​ບໍ່​ເປັນມົນທິນ​ມາ ເພື່ອ​ເຮັດ​ພິທີ​ຊຳລະ​ຕົວ ແລະ​ນຳ​ສິ່ງ​ເຫຼົ່ານີ້​ມາ​ດ້ວຍ​ຄື: ໄມ້​ສົນສີດາ​ແທ່ງ​ໜຶ່ງ, ດ້າຍ​ສີແດງ​ເສັ້ນ​ໜຶ່ງ ແລະ​ໃບ​ຫູສົບ​ມັດ​ໜຶ່ງ.


ເພື່ອ​ຊຳລະ​ເຮືອນ​ໃຫ້​ໝົດ​ຄວາມ​ຂີ້ດຽດ​ເປິເປື້ອນ ໃຫ້​ເຈົ້າ​ຂອງ​ເຮືອນ​ນຳ​ນົກ​ສອງ​ໂຕ​ມາ ພ້ອມ​ກັບ​ໄມ້​ສົນສີດາ​ແທ່ງ​ໜຶ່ງ, ດ້າຍ​ສີແດງ​ເສັ້ນ​ໜຶ່ງ ແລະ​ໃບ​ຫູສົບ​ມັດ​ໜຶ່ງ.


ປະໂຣຫິດ​ຈະ​ເອົາ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່ ຈຸ່ມ​ລົງ​ໃນ​ຖ້ວຍ​ເລືອດ​ຂອງ​ນົກ​ໂຕ​ທີ່​ໄດ້​ຂ້າ​ນັ້ນ ພ້ອມ​ກັບ​ໄມ້​ສົນສີດາ, ດ້າຍ​ສີແດງ ແລະ​ໃບ​ຫູສົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka