Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:3 - ພຣະຄຳພີສັກສິ

3 ມາ​ໃຫ້​ປະໂຣຫິດ​ເອເລອາຊາ. ຈົ່ງ​ເອົາ​ງົວ​ໂຕ​ນີ້​ໄປ​ຂ້າປາດຄໍ​ຢູ່​ນອກ​ຄ້າຍ​ຊ້ອງໜ້າ​ເພິ່ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 19:3
11 Jak'a apnaqawi uñst'ayäwi  

ສ່ວນ​ງົວເຖິກ​ກັບ​ແບ້ເຖິກ​ນັ້ນ​ແມ່ນ​ຂ້າ​ຖວາຍ​ລຶບລ້າງ​ບາບ ໂດຍ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ເພື່ອ​ການ​ຍົກ​ບາບ ຈະ​ຕ້ອງ​ຖືກ​ນຳ​ອອກ​ໄປ​ເຜົາ​ຂ້າງ​ນອກ​ພ້ອມ​ທັງ​ໜັງ, ຊີ້ນ ແລະ​ເຄື່ອງໃນ​ໄສ້​ພຸງ.


“ໃຫ້​ນຳ​ຊາຍ​ຜູ້​ນີ້​ອອກ​ໄປ​ນອກ​ຄ້າຍ. ທຸກໆ​ຄົນ​ທີ່​ໄດ້ຍິນ​ລາວ​ສາບແຊ່ງ ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ລາວ ເພື່ອ​ຢັ້ງຢືນ​ວ່າ​ຊາຍ​ຄົນ​ນີ້​ໄດ້​ກະທຳ​ຜິດ ແລະ​ຕໍ່ໄປ​ຊຸມຊົນ​ອິດສະຣາເອນ​ຈະ​ຕ້ອງ​ຄວ່າງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.


ສ່ວນ​ໜັງ, ຊີ້ນ, ຫົວ, ຂາ ແລະ​ເຄື່ອງໃນ​ໄສ້​ພຸງ​ນັ້ນ


ໃຫ້​ຫາມ​ອອກ​ໄປ​ນອກ​ຄ້າຍ ບ່ອນ​ທີ່​ທຳ​ຄວາມ​ສະອາດ​ຄື​ບ່ອນ​ຖິ້ມ​ຂີ້ເຖົ່າ ແລ້ວ​ໃຊ້​ຟືນ​ເຜົາ​ສິ່ງ​ເຫຼົ່ານັ້ນ​ເສຍ.


ຕໍ່ມາ ເພິ່ນ​ຈະ​ເອົາ​ງົວ​ທີ່​ໄດ້​ຄົວ​ແລ້ວ​ທັງ​ໂຕ​ນັ້ນ ຫາມ​ອອກ​ໄປ​ເຜົາ​ນອກ​ຄ້າຍ ເໝືອນ​ດັ່ງ​ເຜົາ​ງົວ​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ. ອັນ​ນີ້​ແມ່ນ​ການ​ຖວາຍ ເພື່ອ​ລຶບລ້າງ​ບາບ​ຂອງ​ຊຸມຊົນ.


ສະນັ້ນ ຊຸມຊົນ​ທັງໝົດ​ຈຶ່ງ​ໄດ້​ນຳ​ລາວ​ອອກ​ໄປ​ນອກ​ຄ້າຍ ແລະ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ.


ແລ້ວ​ໃຫ້​ຊາຍ​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໄປ​ເກັບ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່ ແລ້ວ​ເອົາ​ໄປ​ວາງ​ຮັກສາ​ໄວ້​ໃນ​ບ່ອນ​ທີ່​ສະອາດ​ນອກ​ຄ້າຍ​ຕາມ​ກົດບັນຍັດ ເພື່ອ​ຊຸມຊົນ​ອິດສະຣາເອນ​ຈະ​ໄດ້​ເອົາ​ມາ​ໃຊ້​ເປັນ​ນໍ້າ​ຊຳລະ​ມົນທິນ​ເພື່ອ​ລົບລ້າງ​ບາບ.


ແຕ່​ນາດາບ​ແລະ​ອາບີຮູ​ໄດ້​ຕາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ໄຟ​ອັນ​ບໍ່​ບໍຣິສຸດ​ຕໍ່ໜ້າ​ພຣະເຈົ້າຢາເວ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ພວກເຂົາ​ບໍ່ມີ​ລູກ. ດັ່ງນັ້ນ​ຈຶ່ງ​ມີ​ແຕ່​ເອເລອາຊາ​ແລະ​ອີທາມາ​ເທົ່ານັ້ນ ທີ່​ໄດ້​ຮັບໃຊ້​ໃນ​ຕຳແໜ່ງ​ປະໂຣຫິດ​ໃນ​ຄາວ​ທີ່​ອາໂຣນ​ຍັງ​ມີ​ຊີວິດ​ຢູ່.


“ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka