22 ສິ່ງໃດທີ່ຄົນເປັນມົນທິນຈັບບາຍກໍເປັນມົນທິນ ແລະຜູ້ໃດທີ່ຈັບບາຍ ຜູ້ນັ້ນກໍຍັງເປັນມົນທິນຢູ່ຈົນຮອດຄໍ່າ.”
ພຣະເຈົ້າຢາເວໄດ້ມອບລະບຽບການໃຫ້ໂມເຊແລະອາໂຣນດັ່ງຕໍ່ໄປນີ້:
ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງບ່ອນນັ່ງຂອງຄົນທີ່ມີສິ່ງໄຫລອອກ ກໍເປັນມົນທິນຈົນຮອດຄໍ່າ. ຜູ້ໃດຜູ້ໜຶ່ງທີ່ຫາມສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ; ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຖ້າຜູ້ທີ່ມີສິ່ງໄຫລອອກມານັ້ນ ແຕະຕ້ອງຜູ້ໃດຜູ້ໜຶ່ງ ໂດຍບໍ່ໄດ້ລ້າງມືເສຍກ່ອນ; ຜູ້ທີ່ຖືກແຕະຕ້ອງນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຕຽງນອນຂອງນາງຫລືສິ່ງທີ່ນາງໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງສິ່ງເຫຼົ່ານັ້ນ ກໍເປັນມົນທິນ. ລາວຕ້ອງຊັກເຄື່ອງນຸ່ງຂອງຕົນພ້ອມທັງອາບນໍ້າຊຳລະຮ່າງກາຍດ້ວຍ ແລະລາວກໍຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຫລືຜູ້ໃດທີ່ນັ່ງເທິງສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຜູ້ໃດກໍຕາມທີ່ແຕະຕ້ອງຄົນທີ່ມີສິ່ງໄຫລອອກນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ຖ້າຜູ້ທີ່ມີສິ່ງໄຫລອອກ ຖົ່ມນໍ້າລາຍຖືກຜູ້ທີ່ບໍ່ເປັນມົນທິນຕາມກົດບັນຍັດ; ຜູ້ຖືກນໍ້າລາຍນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
ແຕະຕ້ອງສັດຫລືຄົນທີ່ເປັນມົນທິນ.
ປະໂຣຫິດທຸກຄົນທີ່ເປັນມົນທິນກໍຍັງເປັນມົນທິນຈົນຮອດຄໍ່າ ແລະເຂົາຍັງກິນຂອງຖວາຍອັນສັກສິດບໍ່ໄດ້ ຈົນກ່ວາໄດ້ອາບນໍ້າຊຳລະຮ່າງກາຍແລ້ວ.
ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດໂດຍບໍ່ຕັ້ງໃຈ ເຊັ່ນຊາກສັດຕາຍ; ລາວກໍເປັນມົນທິນແລະມີຄວາມຜິດ.
ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຈາກມະນຸດໂດຍບໍ່ຕັ້ງໃຈ ບໍ່ວ່າໃນກໍລະນີໃດໆກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ.
ຖ້າຊີ້ນສັດສ່ວນໃດໄປຖືກຂອງທີ່ເປັນມົນທິນ ຢ່າໄດ້ກິນຊີ້ນສ່ວນນັ້ນ ແຕ່ໃຫ້ເຜົາໄຟຖິ້ມເສຍ. ສຳລັບຊີ້ນສ່ວນອື່ນ ຄົນໃດທີ່ບໍ່ເປັນມົນທິນຕາມກົດບັນຍັດກິນຊີ້ນນັ້ນໄດ້
ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນຫລືຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
ແລ້ວຮັກກາຍກໍໄດ້ຖາມວ່າ, “ຖ້າວ່າຄົນຜູ້ໜຶ່ງເປັນມົນທິນ ຍ້ອນໄດ້ແຕະຕ້ອງຊາກສົບຄົນຕາຍ. ຖ້າລາວໄດ້ແຕະຕ້ອງອາຫານເຫຼົ່ານີ້ຢ່າງໜຶ່ງຢ່າງໃດ ມັນຈະເຮັດໃຫ້ອາຫານເຫຼົ່ານີ້ເປັນມົນທິນຄືກັນບໍ?” ພວກປະໂຣຫິດຈຶ່ງຕອບວ່າ, “ເປັນມົນທິນ.”
ຫລັງຈາກນັ້ນແລ້ວ ໃຫ້ເພິ່ນຊັກເຄື່ອງນຸ່ງຫົ່ມ ແລະອາບນໍ້າຊຳລະຮ່າງກາຍແລ້ວ ຈຶ່ງເຂົ້າໄປຢູ່ໃນຄ້າຍພັກໄດ້, ແຕ່ເພິ່ນຍັງເປັນມົນທິນຢູ່ຈົນຮອດຄໍ່າ.