Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:21 - ພຣະຄຳພີສັກສິ

21 ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ. ຄົນ​ຜູ້​ທີ່​ຊິດ​ນໍ້າ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເໝືອນກັນ; ຜູ້ໃດ​ທີ່​ແຕະຕ້ອງ​ນໍ້າ​ນັ້ນ ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ​ຕາມ​ກົດບັນຍັດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 19:21
12 Jak'a apnaqawi uñst'ayäwi  

ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”


ແລະ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ສ່ວນໃດ​ສ່ວນໜຶ່ງ​ຂອງ​ສັດ ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ ແຕ່​ຈະ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ; ຜູ້ໃດ​ທີ່​ຫາມ​ຊາກສັດ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງຕົນ ແຕ່​ຜູ້ນັ້ນ​ຈະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ຕັ້ງແຕ່​ນີ້​ໄປ ໃຫ້​ຊາວ​ເລວີ​ເທົ່ານັ້ນ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຢ່າງ​ເຕັມສ່ວນ​ຕໍ່​ໜ້າທີ່​ນີ້. ອັນນີ້​ແມ່ນ​ລະບຽບການ​ຕາຍຕົວ​ທີ່​ໃຫ້​ພວກ​ເຊື້ອສາຍ​ຂອງ​ພວກເຈົ້າ​ປະຕິບັດ​ຄືກັນ. ຊາວ​ເລວີ​ຈະ​ບໍ່ມີ​ສົມບັດ​ອັນ​ຖາວອນ ໃນ​ດິນແດນ​ອິດສະຣາເອນ​ເຊັ່ນກັນ


ຊາຍ​ທີ່​ຊ້ວນ​ຂີ້ເຖົ່າ​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຫົ່ມ​ຂອງຕົນ ແຕ່​ລາວ​ຍັງ​ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ. ໃຫ້​ຊາວ​ອິດສະຣາເອນ​ຫລື​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ນັ້ນ ປະຕິບັດ​ຕາມ​ລະບຽບການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ.”


ຫລັງຈາກ​ນັ້ນ​ແລ້ວ ໃຫ້​ເພິ່ນ​ຊັກ​ເຄື່ອງນຸ່ງຫົ່ມ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ແລ້ວ ຈຶ່ງ​ເຂົ້າ​ໄປ​ຢູ່​ໃນ​ຄ້າຍພັກ​ໄດ້, ແຕ່​ເພິ່ນ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.


ຊາຍ​ຜູ້​ທີ່​ເຜົາ​ງົວ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ເໝືອນກັນ ແຕ່​ລາວ​ຍັງ​ຈະ​ເປັນ​ມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.


ດ້ວຍວ່າ, ເລືອດ​ງົວເຖິກ​ແລະ​ເລືອດ​ແບ້ ບໍ່​ສາມາດ​ຊຳລະ​ຄວາມ​ບາບ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.


ເພາະວ່າ​ກົດບັນຍັດ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ສິ່ງໃດ​ເຖິງ​ທີ່​ສຳເລັດ) ແຕ່​ມີ​ຄວາມຫວັງ​ອັນ​ດີກວ່າ​ໄດ້​ເພີ່ມເຕີມ​ເຂົ້າ​ມາ ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະເຈົ້າ​ໄດ້.


ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka