Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:2 - ພຣະຄຳພີສັກສິ

2 “ຕໍ່ໄປນີ້​ແມ່ນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້ສັ່ງ​ດັ່ງນີ້: ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳ​ງົວແມ່​ສີແດງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ທັງ​ບໍ່ເຄີຍ​ໃຊ້​ວຽກ​ຈັກເທື່ອ

Uka jalj uñjjattʼäta Copia luraña




ຈົດບັນຊີ 19:2
21 Jak'a apnaqawi uñst'ayäwi  

ລູກແກະ​ຫລື​ລູກ​ແບ້​ທີ່​ຈະ​ເລືອກ​ເອົາ​ນັ້ນ​ຈະ​ຕ້ອງ​ເປັນ​ໂຕ​ເຖິກ​ອາຍຸ​ໜຶ່ງ​ປີ ແລະ​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ໃດໆ​ທັງ​ສິ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ປະໂຣຫິດ​ຈະ​ເອົາ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່ ຈຸ່ມ​ລົງ​ໃນ​ຖ້ວຍ​ເລືອດ​ຂອງ​ນົກ​ໂຕ​ທີ່​ໄດ້​ຂ້າ​ນັ້ນ ພ້ອມ​ກັບ​ໄມ້​ສົນສີດາ, ດ້າຍ​ສີແດງ ແລະ​ໃບ​ຫູສົບ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ແລະ​ອາໂຣນ​ວ່າ,


ແລ້ວ​ໃຫ້​ເພິ່ນ​ເອົາ​ໄມ້​ສົນສີດາ​ຈຳນວນ​ໜຶ່ງ, ໃບ​ຕົ້ນ​ຫູສົບ​ມັດໜຶ່ງ ແລະ​ດ້າຍ​ສີແດງ​ເສັ້ນໜຶ່ງ​ຖິ້ມ​ໃສ່​ໄຟ.


ປະໂຣຫິດ​ເອເລອາຊາ​ໄດ້​ບອກ​ພວກ​ນັກຮົບ​ທີ່​ຫາ​ກໍ​ກັບ​ມາ​ແຕ່​ເຮັດ​ເສິກ​ນັ້ນ​ວ່າ, “ອັນ​ນີ້​ແມ່ນ​ລະບຽບການ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ໂມເຊ.


ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.


ແລ້ວ​ໃຫ້​ພວກ​ຜູ້ນຳ​ໃນ​ເມືອງ​ທີ່​ຢູ່​ໃກ້ຊິດ​ກັບ​ບ່ອນ​ພົບ​ສົບ​ນັ້ນ ເລືອກ​ເອົາ​ງົວແມ່​ໜຸ່ມ​ໂຕໜຶ່ງ​ທີ່​ບໍ່ເຄີຍ​ໃຊ້​ວຽກ​ມາ​ກ່ອນ.


ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.


ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.


ແຕ່​ຊົງ​ໄຖ່​ດ້ວຍ​ພຣະ​ໂລຫິດ ອັນ​ຊົງ​ມີຄ່າ​ຂອງ​ພຣະຄຣິດ ເໝືອນ​ດັ່ງ​ເລືອດ​ລູກແກະ ທີ່​ບໍ່ມີ​ຕຳໜິ​ຫລື​ຮອຍ​ດ່າງ.


ພຣະອົງ​ບໍ່ໄດ້​ເຮັດ​ບາບ​ຈັກ​ປະການ ແລະ​ຄວາມ​ຕົວະ​ຈາກ​ປາກ​ຂອງ​ພຣະອົງ​ກໍ​ບໍ່ມີ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


ດັ່ງນັ້ນ ຈົ່ງ​ຈັດຕຽມ​ເອົາ​ກວຽນ​ຄັນ​ໃໝ່ໆ​ລຳ​ໜຶ່ງ​ມາ ພ້ອມ​ທັງ​ງົວແມ່​ສອງ​ໂຕ​ທີ່​ຍັງ​ບໍ່ທັນ​ທຽມແອກ; ໃຫ້​ເອົາ​ງົວແມ່​ນັ້ນ​ທຽມແອກ​ແລະ​ໄລ່​ລູກ​ມັນ​ເຂົ້າ​ຄອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka