Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:19 - ພຣະຄຳພີສັກສິ

19 ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ໃຫ້​ບຸກຄົນ​ຜູ້​ທີ່​ບໍ່​ເປັນ​ມົນທິນ​ຊິດ​ນໍ້າ​ໃສ່​ຜູ້​ເປັນ​ມົນທິນ. ໃນ​ວັນ​ທີ​ເຈັດ​ໃຫ້​ລາວ​ຊຳລະ​ບຸກຄົນ​ນັ້ນ ຄື​ຜູ້​ທີ່​ຫລັງຈາກ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ແລ້ວ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເມື່ອ​ຕາເວັນ​ຕົກ​ດິນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 19:19
18 Jak'a apnaqawi uñst'ayäwi  

ມື້​ທີ​ເຈັດ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ກໍ​ສຳເລັດ ແລະ​ພຣະອົງ​ໄດ້​ຢຸດ​ພັກ​ກິດຈະການ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ປະຊາຊົນ​ຊຳລະ​ຕົວ ໃຫ້​ສະອາດ​ໃນ​ມື້ນີ້​ແລະ​ມື້ອື່ນ ເພື່ອ​ເຂົ້າ​ມາ​ນະມັດສະການ​ເຮົາ. ພວກເຂົາ​ຈະ​ຕ້ອງ​ພາກັນ​ຊັກ​ເສື້ອຜ້າ​ກ່ອນ


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ແລ້ວ​ປະໂຣຫິດ​ກໍ​ຈະ​ຊິດ​ເລືອດ​ນັ້ນ​ເຈັດ​ເທື່ອ​ໃສ່​ຄົນ​ທີ່​ຈະ​ຖືກ​ຊຳລະ​ຕົວ​ຈາກ​ພະຍາດ​ຜິວໜັງ ແລະ​ເພິ່ນ​ກໍ​ຈະ​ປະກາດ​ວ່າ​ລາວ​ບໍ່​ເປັນ​ມົນທິນ.


ໃນ​ວັນ​ທີ​ເຈັດ ລາວ​ຈະ​ຕ້ອງ​ແຖ​ຫົວ, ແຖ​ໜວດ, ແຖ​ຄິ້ວ ແລະ​ແຖ​ຂົນ​ຕາມ​ຕົນຕົວ​ທົ່ວ​ທັງ​ຮ່າງກາຍ; ນອກຈາກນີ້​ອີກ ລາວ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ​ເສຍ​ກ່ອນ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.


ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ລາວ​ຕ້ອງ​ຊຳລະ​ຕົນເອງ​ດ້ວຍ​ນໍ້າ ແລ້ວ​ລາວ​ກໍ​ຈະ​ບໍ່​ເປັນ​ມົນທິນ, ແຕ່​ຖ້າ​ລາວ​ຫາກ​ບໍ່​ຊຳລະ​ຕົນເອງ​ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ ລາວ​ກໍ​ຍັງ​ເປັນມົນທິນ​ຢູ່.


ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ຍັງ​ຈະ​ເປັນມົນທິນ​ຢູ່ ຍ້ອນ​ລາວ​ບໍ່ໄດ້​ຊຳລະ​ລາວເອງ. ລາວ​ໝິ່ນປະໝາດ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ແລະ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ.


ໃນ​ກໍລະນີ​ທຳອິດ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນມົນທິນ​ນັ້ນ ເອົາ​ໃບ​ຕົ້ນ​ຫູສົບ​ມັດ​ໜຶ່ງ ຈຸ່ມ​ລົງ​ໃນ​ນໍ້າ​ແລະ​ຊິດ​ໃສ່​ຜ້າເຕັນ, ໃສ່​ທຸກໆ​ສິ່ງ ແລະ​ໃສ່​ຄົນ​ທີ່​ຢູ່​ໃນ​ຫໍເຕັນ. ໃນ​ກໍລະນີ​ທີ​ສອງ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ເອົາ​ນໍ້າ​ຊິດ​ໃສ່​ຜູ້​ທີ່​ໄດ້​ຈັບບາຍ​ກະດູກ​ຄົນ ຫລື​ຊາກສົບ​ຄົນຕາຍ ຫລື​ຂຸມຝັງສົບ.


ໃຫ້​ພວກເຈົ້າ​ທຸກຄົນ​ທີ່​ໄດ້​ຂ້າ​ຄົນ​ຫລື​ຈັບ​ບາຍ​ຊາກສົບ ອອກ​ຢູ່​ນອກ​ຄ້າຍພັກ​ເປັນ​ເວລາ​ເຈັດ​ວັນ. ໃນ​ວັນ​ທີ​ສາມ​ກັບ​ວັນ​ທີ​ເຈັດ​ໃຫ້​ພວກເຈົ້າ ແລະ​ພວກ​ແມ່ຍິງ​ທີ່​ຖືກ​ຈັບ​ມາ​ນັ້ນ​ເຮັດ​ພິທີ​ຊຳລະ​ຕົວ.


ໃນ​ມື້​ທີ​ເຈັດ​ໃຫ້​ຊັກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ແລະ​ກັບ​ເຂົ້າ​ໄປ​ໃນ​ຄ້າຍພັກ​ໄດ້.”


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ຈົ່ງ​ຍາດ​ເອົາ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ດຶງ​ເຂົາ​ອອກ​ຈາກ​ໄຟ, ຈົ່ງ​ເມດຕາ​ອີກ​ບາງຄົນ ດ້ວຍ​ຄວາມ​ຈຽມຕົວ ແລະ​ຈົ່ງ​ໜ່າຍຊັງ​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ຣາຄະ​ຕັນຫາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka