Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:18 - ພຣະຄຳພີສັກສິ

18 ໃນ​ກໍລະນີ​ທຳອິດ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນມົນທິນ​ນັ້ນ ເອົາ​ໃບ​ຕົ້ນ​ຫູສົບ​ມັດ​ໜຶ່ງ ຈຸ່ມ​ລົງ​ໃນ​ນໍ້າ​ແລະ​ຊິດ​ໃສ່​ຜ້າເຕັນ, ໃສ່​ທຸກໆ​ສິ່ງ ແລະ​ໃສ່​ຄົນ​ທີ່​ຢູ່​ໃນ​ຫໍເຕັນ. ໃນ​ກໍລະນີ​ທີ​ສອງ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ເອົາ​ນໍ້າ​ຊິດ​ໃສ່​ຜູ້​ທີ່​ໄດ້​ຈັບບາຍ​ກະດູກ​ຄົນ ຫລື​ຊາກສົບ​ຄົນຕາຍ ຫລື​ຂຸມຝັງສົບ.

Uka jalj uñjjattʼäta Copia luraña




ຈົດບັນຊີ 19:18
13 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ຂໍ​ຊົງ​ໂຜດ​ອັດ​ໜ້າ​ແລະ​ຢ່າ​ເບິ່ງ​ການບາບ​ຂອງ​ຂ້ານ້ອຍ ໂຜດ​ລຶບ​ການຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ​ເຖີດ.


ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”


ເພື່ອ​ຊຳລະ​ມົນທິນ​ໃຫ້​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່​ສີແດງ​ທີ່​ເຜົາ​ແລ້ວ​ນັ້ນ​ມາ​ໃສ່​ໃນ​ຖ້ວຍ ແລະ​ປົນ​ກັບ​ນໍ້າ​ທີ່​ສະອາດ.


ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ໃຫ້​ບຸກຄົນ​ຜູ້​ທີ່​ບໍ່​ເປັນ​ມົນທິນ​ຊິດ​ນໍ້າ​ໃສ່​ຜູ້​ເປັນ​ມົນທິນ. ໃນ​ວັນ​ທີ​ເຈັດ​ໃຫ້​ລາວ​ຊຳລະ​ບຸກຄົນ​ນັ້ນ ຄື​ຜູ້​ທີ່​ຫລັງຈາກ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ແລ້ວ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເມື່ອ​ຕາເວັນ​ຕົກ​ດິນ.


ແລ້ວ​ໃຫ້​ຊາຍ​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໄປ​ເກັບ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່ ແລ້ວ​ເອົາ​ໄປ​ວາງ​ຮັກສາ​ໄວ້​ໃນ​ບ່ອນ​ທີ່​ສະອາດ​ນອກ​ຄ້າຍ​ຕາມ​ກົດບັນຍັດ ເພື່ອ​ຊຸມຊົນ​ອິດສະຣາເອນ​ຈະ​ໄດ້​ເອົາ​ມາ​ໃຊ້​ເປັນ​ນໍ້າ​ຊຳລະ​ມົນທິນ​ເພື່ອ​ລົບລ້າງ​ບາບ.


ພຣະຄຳ​ຂອງ​ພຣະອົງ​ເປັນ​ຄວາມຈິງ ຂໍໂຜດ​ຊຳລະ​ໃຫ້​ພວກເຂົາ​ບໍຣິສຸດ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.


ຂ້ານ້ອຍ​ຖວາຍ​ຕົວ​ແກ່​ພຣະອົງ ເພາະ​ເຫັນ​ແກ່​ພວກເຂົາ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ຊົງ​ຊຳລະ​ແຕ່ງຕັ້ງ​ໄວ້​ດ້ວຍ​ຄວາມຈິງ​ເໝືອນກັນ.


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


ເພາະວ່າ​ໂມເຊ​ໄດ້​ປະກາດ​ຄຳສັ່ງ​ທຸກ​ຂໍ້ ໃນ​ກົດບັນຍັດ​ແກ່​ໄພ່ພົນ​ທັງໝົດ​ແລ້ວ ເພິ່ນ​ກໍໄດ້​ເອົາ​ເລືອດ​ລູກ​ງົວເຖິກ​ແລະ​ເລືອດ​ແບ້ເຖິກ​ປົນ​ໃສ່​ນໍ້າ ແລ້ວ​ເອົາ​ຂົນແກະ​ສີແດງ​ແລະ​ໃບ​ຫູສົບ​ມັດ​ໜຶ່ງ ມາ​ຈຸ່ມ​ແລະ​ຊິດ​ໃສ່​ໜັງສື​ມ້ວນ​ນັ້ນ ແລະ​ຊິດ​ໃສ່​ໄພ່ພົນ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka