Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:16 - ພຣະຄຳພີສັກສິ

16 ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື​ຕາຍ​ຕາມ​ທຳມະດາ​ນອກ​ຫໍເຕັນ ຫລື​ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ກະດູກ​ຫລື​ຂຸມຝັງສົບ ຜູ້ນັ້ນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 19:16
12 Jak'a apnaqawi uñst'ayäwi  

ທຸກຄົນ​ທີ່​ແບກຫາບ​ເຄື່ອງໃຊ້​ຂອງ​ພຣະເຈົ້າຢາເວ ຈົ່ງ​ອອກ​ໄປ​ໄວໆ ຈາກ​ນະຄອນ​ບາບີໂລນ​ເຖີດ ຢ່າ​ແຕະຕ້ອງ​ສິ່ງ​ຫວງຫ້າມ​ໃດໆ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ ແລະ​ອອກ​ໜີໄປ​ເຖີດ


ຫລັງຈາກ​ຊຳລະຕົນ​ໃຫ້​ໝົດ​ມົນທິນ​ແລ້ວ ລາວ​ຕ້ອງ​ລໍຖ້າ​ຈົນເຖິງ​ເຈັດ​ວັນ​ສາ​ກ່ອນ


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ບັນດາ​ປະໂຣຫິດ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ວ່າ, “ຢ່າ​ໃຫ້​ປະໂຣຫິດ​ປະພຶດ​ຕົນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ໂດຍ​ເຂົ້າ​ຮ່ວມ​ພິທີ​ສົບ​ຂອງ​ພວກ​ພີ່ນ້ອງ​ຂອງຕົນ ເມື່ອ​ພວກເຂົາ​ຕາຍໄປ;


“ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ​ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ.


ໄຫ​ກັບ​ໝໍ້​ທຸກ​ໜ່ວຍ​ທີ່​ບໍ່ມີ​ຝາອັດ ໃນ​ຫໍເຕັນ​ນັ້ນ ຈະ​ເປັນ​ມົນທິນ​ເຊັ່ນດຽວ​ກັນ.


ໃຫ້​ພວກເຈົ້າ​ທຸກຄົນ​ທີ່​ໄດ້​ຂ້າ​ຄົນ​ຫລື​ຈັບ​ບາຍ​ຊາກສົບ ອອກ​ຢູ່​ນອກ​ຄ້າຍພັກ​ເປັນ​ເວລາ​ເຈັດ​ວັນ. ໃນ​ວັນ​ທີ​ສາມ​ກັບ​ວັນ​ທີ​ເຈັດ​ໃຫ້​ພວກເຈົ້າ ແລະ​ພວກ​ແມ່ຍິງ​ທີ່​ຖືກ​ຈັບ​ມາ​ນັ້ນ​ເຮັດ​ພິທີ​ຊຳລະ​ຕົວ.


“ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.


ຜົມ​ຂອງ​ລາວ​ເປັນ​ເຄື່ອງໝາຍ​ຂອງ​ການ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ. ສະນັ້ນ ລາວ​ຈຶ່ງ​ຈະ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນມົນທິນ​ໂດຍ​ເຂົ້າ​ໄປ​ໃກ້​ຊາກສົບ ບໍ່​ວ່າ​ຂອງ​ພໍ່​ແມ່​ຫລື​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ກໍຕາມ.


ແຕ່​ໄດ້​ມີ​ປະຊາຊົນ​ບາງຄົນ​ທີ່​ເປັນ​ມົນທິນ ຍ້ອນ​ພວກເຂົາ​ໄດ້​ແຕະຕ້ອງ​ຊາກສົບ ແລະ​ພວກເຂົາ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ໃນ​ມື້​ນັ້ນ​ໄດ້. ພວກເຂົາ​ຈຶ່ງ​ໄດ້​ໄປ​ຖາມ​ໂມເຊ​ແລະ​ອາໂຣນ


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ຊຶ່ງ​ເບິ່ງ​ຂ້າງ​ນອກ​ງົດງາມ, ແຕ່​ຂ້າງ​ໃນ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນ​ຕາຍ ແລະ​ສິ່ງ​ສາລະພັດ​ຂີ້ດຽດ​ສົກກະປົກ.


ວິບັດ​ແກ່​ພວກເຈົ້າ ພວກເຈົ້າ​ເປັນ​ດັ່ງ​ບ່ອນ​ຝັງສົບ ທີ່​ຄົນ​ບໍ່​ສັງເກດ​ຮູ້​ເຫັນ ເປັນ​ບ່ອນ​ທີ່​ຄົນ​ທັງຫລາຍ​ຢຽບ​ໄປມາ ໂດຍ​ບໍ່​ຮູ້​ວ່າ​ມີ​ຫຍັງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka