15 ໄຫກັບໝໍ້ທຸກໜ່ວຍທີ່ບໍ່ມີຝາອັດ ໃນຫໍເຕັນນັ້ນ ຈະເປັນມົນທິນເຊັ່ນດຽວກັນ.
ຖ້າຊາກສັດຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍເປັນມົນທິນ; ບໍ່ວ່າຈະເປັນໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລືກະສອບ; ບໍ່ວ່າຈະໃຊ້ເພື່ອປະໂຫຍດຫຍັງກໍຕາມ. ສິ່ງນັ້ນຈະຕ້ອງຖືກແຊ່ນໍ້າ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ.
ຖ້າຊາກສັດຕົກໃນໝໍ້ດິນ ທຸກສິ່ງທີ່ຢູ່ໃນໝໍ້ນັ້ນກໍເປັນມົນທິນ ແລະຕ້ອງທັບໝໍ້ນັ້ນຖິ້ມ.
ປະໂຣຫິດຈະສັ່ງໃຫ້ຍົກຍ້າຍທຸກໆສິ່ງອອກຈາກເຮືອນຫລັງນັ້ນ ກ່ອນເພິ່ນຈະເຂົ້າໄປກວດເບິ່ງຂີ້ເຮື້ອນ; ບໍ່ດັ່ງນັ້ນ ທຸກສິ່ງໃນເຮືອນຈະຖືກປະກາດວ່າເປັນມົນທິນ. ແລ້ວປະໂຣຫິດກໍຈະໄປທີ່ເຮືອນຫລັງນັ້ນ
ຖ້າຫາກມີຄົນໜຶ່ງຕາຍໃນຫໍເຕັນແຫ່ງໜຶ່ງ ທຸກຄົນທີ່ຢູ່ໃນຫໍເຕັນ ຫລືເຂົ້າໄປໃນທີ່ນັ້ນ ຈະເປັນມົນທິນຢູ່ເຈັດວັນຕາມກົດບັນຍັດ.
ຖ້າຫາກມີຄົນໜຶ່ງຄົນໃດຈັບບາຍຄົນທີ່ຖືກຂ້າຕາຍ ຫລືຕາຍຕາມທຳມະດານອກຫໍເຕັນ ຫລືຖ້າຫາກມີຄົນໜຶ່ງຄົນໃດຈັບບາຍກະດູກຫລືຂຸມຝັງສົບ ຜູ້ນັ້ນຈະເປັນມົນທິນຢູ່ເຈັດວັນ.
ໃຫ້ຊຳລະເສື້ອຜ້າທຸກໆໂຕ ແລະ ທຸກໆສິ່ງທີ່ເຮັດດ້ວຍໜັງສັດ, ຂົນແບ້ ແລະໄມ້.”