Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 19:14 - ພຣະຄຳພີສັກສິ

14 ຖ້າ​ຫາກ​ມີ​ຄົນໜຶ່ງ​ຕາຍ​ໃນ​ຫໍເຕັນ​ແຫ່ງ​ໜຶ່ງ ທຸກຄົນ​ທີ່​ຢູ່​ໃນ​ຫໍເຕັນ ຫລື​ເຂົ້າ​ໄປ​ໃນ​ທີ່ນັ້ນ ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ​ຕາມ​ກົດບັນຍັດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 19:14
13 Jak'a apnaqawi uñst'ayäwi  

ຊາວ​ອິດສະຣາເອນ​ຈະ​ໃຊ້​ເວລາ​ເຖິງ​ເຈັດ​ເດືອນ ເພື່ອ​ຝັງ​ຊາກສົບ​ທັງໝົດ​ນັ້ນ ແລະ​ເຮັດ​ໃຫ້​ດິນແດນ​ສະອາດ​ອີກ.


ຫລັງຈາກ​ຊຳລະຕົນ​ໃຫ້​ໝົດ​ມົນທິນ​ແລ້ວ ລາວ​ຕ້ອງ​ລໍຖ້າ​ຈົນເຖິງ​ເຈັດ​ວັນ​ສາ​ກ່ອນ


ອັນ​ນີ້​ແມ່ນ​ກົດບັນຍັດ​ກ່ຽວກັບ​ພະຍາດ​ຂີ້ເຮື້ອນ ເຊັ່ນ:


ອັນ​ນີ້​ແມ່ນ​ລະບຽບການ​ກ່ຽວກັບ​ຜູ້ຊາຍ​ທີ່​ມີ​ນໍ້າໜອງ​ໄຫຼ​ອອກ​ຈາກ​ຮ່າງກາຍ ຫລື​ມີ​ນໍ້າກາມ​ໄຫລ​ອອກ, ກ່ຽວກັບ​ຜູ້ຍິງ​ເມື່ອ​ເປັນ​ປະຈຳເດືອນ ຫລື​ຜູ້ຊາຍ​ທີ່​ສົມສູ່​ກັບ​ຜູ້ຍິງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ບັນດາ​ປະໂຣຫິດ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ວ່າ, “ຢ່າ​ໃຫ້​ປະໂຣຫິດ​ປະພຶດ​ຕົນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ໂດຍ​ເຂົ້າ​ຮ່ວມ​ພິທີ​ສົບ​ຂອງ​ພວກ​ພີ່ນ້ອງ​ຂອງຕົນ ເມື່ອ​ພວກເຂົາ​ຕາຍໄປ;


ລາວ​ຕ້ອງ​ບໍ່​ເຂົ້າ​ໄປ​ໃນ​ສະຖານທີ່​ບ່ອນ​ມີ​ຄົນ​ຕາຍ; ລາວ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ ເຖິງ​ແມ່ນ​ວ່າ​ຜູ້ນັ້ນ​ຈະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຫຼື​ແມ່​ຂອງ​ຕົນເອງ​ກໍຕາມ


ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ຍັງ​ຈະ​ເປັນມົນທິນ​ຢູ່ ຍ້ອນ​ລາວ​ບໍ່ໄດ້​ຊຳລະ​ລາວເອງ. ລາວ​ໝິ່ນປະໝາດ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ແລະ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ.


ໄຫ​ກັບ​ໝໍ້​ທຸກ​ໜ່ວຍ​ທີ່​ບໍ່ມີ​ຝາອັດ ໃນ​ຫໍເຕັນ​ນັ້ນ ຈະ​ເປັນ​ມົນທິນ​ເຊັ່ນດຽວ​ກັນ.


ໃຫ້​ຊຳລະ​ເສື້ອຜ້າ​ທຸກໆ​ໂຕ ແລະ ທຸກໆ​ສິ່ງ​ທີ່​ເຮັດ​ດ້ວຍ​ໜັງສັດ, ຂົນແບ້ ແລະ​ໄມ້.”


“ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.


ຜົມ​ຂອງ​ລາວ​ເປັນ​ເຄື່ອງໝາຍ​ຂອງ​ການ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ. ສະນັ້ນ ລາວ​ຈຶ່ງ​ຈະ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນມົນທິນ​ໂດຍ​ເຂົ້າ​ໄປ​ໃກ້​ຊາກສົບ ບໍ່​ວ່າ​ຂອງ​ພໍ່​ແມ່​ຫລື​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ກໍຕາມ.


ຖ້າ​ມີ​ຄົນ​ໜຶ່ງ​ຫາກ​ຕາຍ​ຢ່າງ​ກະທັນຫັນ​ຢູ່​ໃກ້​ຄົນ​ນາຊີຣີ ອັນ​ເປັນ​ເຫດ​ໃຫ້​ຜົມ​ອັນ​ສັກສິດ​ຂອງ​ລາວ​ເປັນ​ມົນທິນ ລາວ​ຕ້ອງ​ຄອຍ​ຖ້າ​ເຈັດ​ວັນ​ກ່ອນ​ຈຶ່ງ​ຕັດ​ຜົມ​ແລະ​ແຖ​ໜວດ​ໄດ້. ແລ້ວ​ລາວ​ກໍ​ຈະ​ເປັນມົນທິນ​ຕາມ​ກົດບັນຍັດ.


ແຕ່​ໄດ້​ມີ​ປະຊາຊົນ​ບາງຄົນ​ທີ່​ເປັນ​ມົນທິນ ຍ້ອນ​ພວກເຂົາ​ໄດ້​ແຕະຕ້ອງ​ຊາກສົບ ແລະ​ພວກເຂົາ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ໃນ​ມື້​ນັ້ນ​ໄດ້. ພວກເຂົາ​ຈຶ່ງ​ໄດ້​ໄປ​ຖາມ​ໂມເຊ​ແລະ​ອາໂຣນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka