12 ໃນວັນທີສາມ ແລະວັນທີເຈັດລາວຕ້ອງຊຳລະຕົນເອງດ້ວຍນໍ້າ ແລ້ວລາວກໍຈະບໍ່ເປັນມົນທິນ, ແຕ່ຖ້າລາວຫາກບໍ່ຊຳລະຕົນເອງໃນວັນທີສາມ ແລະວັນທີເຈັດ ລາວກໍຍັງເປັນມົນທິນຢູ່.
ຂໍຊົງໂຜດຊຳລະບາບຂອງຂ້ານ້ອຍແດ່ ແລະຂ້ານ້ອຍກໍຈະສະອາດງາມດີ ໂຜດຊຳລະການບາບຂອງຂ້ານ້ອຍທັງໝົດ ແລະຂ້ານ້ອຍກໍຈະຂາວກວ່າຫິມະ.
ແລະມື້ຮື ໃຫ້ພວກເຂົາຕຽມພ້ອມ ໃນມື້ນັ້ນ ພຣະເຈົ້າຢາເວຈະລົງມາເທິງພູເຂົາຊີນາຍ ບ່ອນທີ່ປະຊາຊົນອິດສະຣາເອນທັງໝົດຈະເຫັນເຮົາ.
ແລະໂມເຊບອກພວກເຂົາຕື່ມວ່າ, “ໃນມື້ທີສາມ ຈົ່ງພາກັນຕຽມພ້ອມໃຫ້ດີ ແລະຢ່າສົມສູ່ກັນທາງເພດເປັນເດັດຂາດ.”
ເຮົາຈະເອົານໍ້າສະອາດຫົດສົງພວກເຈົ້າໃຫ້ພົ້ນມົນທິນທັງໝົດ ອັນເນື່ອງມາຈາກການຂາບໄຫວ້ຮູບເຄົາຣົບ.
ພາຍໃນສອງຫາສາມວັນ ພຣະອົງຈະໃຫ້ພວກເຮົາຄ່ອຍໆດີຂຶ້ນ ແລ້ວພວກເຮົາກໍຈະມີຊີວິດຢູ່ຊ້ອງໜ້າພຣະອົງ.
ແລ້ວປະໂຣຫິດກໍຈະຊິດເລືອດນັ້ນເຈັດເທື່ອໃສ່ຄົນທີ່ຈະຖືກຊຳລະຕົວຈາກພະຍາດຜິວໜັງ ແລະເພິ່ນກໍຈະປະກາດວ່າລາວບໍ່ເປັນມົນທິນ.
ຊີ້ນທຸກຊະນິດທີ່ປະໂຣຫິດປະໄວ້ຈົນເຖິງສາມມື້ໃຫ້ເຜົາໄຟຖິ້ມໝົດ.
ໃຫ້ພວກເຈົ້າທຸກຄົນທີ່ໄດ້ຂ້າຄົນຫລືຈັບບາຍຊາກສົບ ອອກຢູ່ນອກຄ້າຍພັກເປັນເວລາເຈັດວັນ. ໃນວັນທີສາມກັບວັນທີເຈັດໃຫ້ພວກເຈົ້າ ແລະພວກແມ່ຍິງທີ່ຖືກຈັບມານັ້ນເຮັດພິທີຊຳລະຕົວ.
ພຣະອົງບໍ່ໄດ້ປະຕິບັດກັບພວກເຮົາແຕກຕ່າງຈາກພວກເຂົາ, ພຣະອົງອະໄພບາບກຳຂອງພວກເຂົາດ້ວຍຄວາມເຊື່ອ.
ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ, “ທ່ານເອີຍ, ທ່ານເອງກໍຮູ້ຢູ່ແລ້ວ.” ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ, “ຄົນເຫຼົ່ານີ້ ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ ພວກເຂົາໄດ້ຊຳລະເສື້ອລ່າມຂອງພວກເຂົາໃຫ້ຂາວສະອາດ ດ້ວຍເລືອດຂອງພຣະເມສານ້ອຍ.