Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:9 - ພຣະຄຳພີສັກສິ

9 ເຄື່ອງ​ຖວາຍ​ອັນ​ບໍຣິສຸດ​ທີ່ສຸດ ຊຶ່ງ​ບໍ່ໄດ້​ຖືກ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ຂອງ​ເຈົ້າ ແລະ​ມີ​ດັ່ງ​ຕໍ່ໄປນີ້: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ໃນ​ການ​ໃຊ້ແທນຄືນ. ທຸກໆ​ສິ່ງ​ທີ່​ໄດ້​ຖວາຍ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ເຮົາ​ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:9
24 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ​ໄດ້​ບຸກໂຈມຕີ​ເມືອງກາດ ແລະ​ໄດ້​ຮັບ​ໄຊຊະນະ ແລ້ວ​ເພິ່ນ​ກໍ​ຕັດສິນໃຈ​ໂຈມຕີ​ນະຄອນ​ເຢຣູຊາເລັມ.


ລູກຊາຍກົກ​ແຕ່ລະຄົນ​ຂອງ​ພວກ​ຂ້ານ້ອຍ ຈະ​ຕ້ອງ​ຖືກ​ນຳ​ໄປ​ຫາ​ປະໂຣຫິດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຖວາຍ​ລາວ​ແກ່​ພຣະເຈົ້າ​ຢູ່​ໃນ​ທີ່ນັ້ນ ຕາມ​ທີ່​ກົດບັນຍັດ​ໄດ້​ຂຽນ​ໄວ້. ພວກ​ຂ້ານ້ອຍ​ຍັງ​ຈະ​ຖວາຍ​ລູກກົກ​ຂອງ​ງົວເຖິກ, ຂອງ​ງົວແມ່​ແຕ່ລະໂຕ ແລະ​ລູກກົກ​ຂອງ​ແກະເຖິກ ຫລື​ລູກແກະ ຫລື​ລູກ​ແບ້​ແຕ່ລະໂຕ​ດ້ວຍ.


ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ອາຄານ​ທັງສອງ​ຫລັງ​ນີ້​ສັກສິດ. ບັນດາ​ປະໂຣຫິດ​ທີ່​ເຂົ້າ​ໄປ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ບໍຣິສຸດ​ຢູ່​ໃນ​ຕຶກ​ເຫຼົ່ານັ້ນ. ເພາະ​ຫ້ອງ​ຕ່າງໆ​ນັ້ນ​ສັກສິດ ບັນດາ​ປະໂຣຫິດ​ຈະ​ວາງ​ເຄື່ອງ​ຖວາຍ​ອັນ​ສັກສິດ​ທີ່ສຸດ​ໄວ້​ໃນ​ທີ່ນັ້ນ ເຊັ່ນ: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ກັບ​ເຄື່ອງ​ຖວາຍ​ສຳລັບ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ​ຈະ​ເປັນ​ອາຫານ​ຂອງ​ພວກ​ປະໂຣຫິດ ແລະ​ໃຫ້​ພວກເຂົາ​ຮັບ​ເອົາ​ທຸກໆສິ່ງ​ໃນ​ຊາດ​ອິດສະຣາເອນ ທີ່​ໄດ້​ແຍກ​ໄວ້​ຕ່າງຫາກ​ສຳລັບ​ເຮົາ.


“ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ກິນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ​ໃນ​ບ່ອນ​ບໍຣິສຸດ? ມັນ​ເປັນ​ຂອງ​ບໍຣິສຸດ​ທີ່ສຸດ ແລະ​ພຣະອົງ​ໄດ້​ມອບ​ສິ່ງ​ນັ້ນ​ໃຫ້​ພວກເຈົ້າ ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ຕໍ່ໜ້າ​ພຣະເຈົ້າຢາເວ.


ເພິ່ນ​ຈະ​ຂ້າປາດຄໍ​ແກະເຖິກ ຢູ່​ໃນ​ບ່ອນ​ສັກສິດ ຄື​ບ່ອນ​ຂ້າ​ສັດ​ຖວາຍ​ລຶບລ້າງ​ບາບ ແລະ​ເຜົາ​ຖວາຍບູຊາ. ເພິ່ນ​ຕ້ອງ​ຂ້າ​ສັດ​ໃນ​ທີ່ນັ້ນ ເພາະວ່າ​ເຄື່ອງ​ຖວາຍ​ຊົດໃຊ້​ແທນຄືນ ແລະ​ລຶບລ້າງ​ບາບ ເປັນ​ຂອງ​ປະໂຣຫິດ​ແລະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.


ສ່ວນ​ເຄື່ອງ​ຖວາຍ​ທີ່​ເຫຼືອ​ນັ້ນ​ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ​ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.


ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ປະໂຣຫິດ​ຊື້​ມາ​ດ້ວຍ​ເງິນ​ຂອງ​ຕົນເອງ ຫລື​ທີ່​ເກີດ​ໃນ​ຄອບຄົວ ອາດ​ກິນ​ອາຫານ​ທີ່​ປະໂຣຫິດ​ໄດ້​ນຳມາ​ນັ້ນ.


ຫລັງຈາກ​ຕາເວັນ​ຕົກ​ດິນ​ແລ້ວ ລາວ​ກໍ​ບໍ່​ເປັນ​ມົນທິນ ແລະ​ລາວ​ອາດ​ກິນ​ຂອງ​ຖວາຍ​ອັນ​ສັກສິດ ຊຶ່ງ​ເປັນ​ອາຫານ​ຂອງ​ລາວ​ໄດ້.


ຖ້າ​ຜູ້ປົກຄອງ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ຖ້າ​ຄົນ​ສາມັນ​ທຳມະດາ​ຜູ້ໜຶ່ງ​ເຮັດ​ບາບ ແລະ​ມີ​ຄວາມຜິດ​ໂດຍ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ​ໂດຍ​ບໍ່ຕັ້ງໃຈ


ການ​ຖວາຍ​ລຶບລ້າງ​ບາບ​ທີ່​ຮຽກຮ້ອງ​ເອົາ​ເຄື່ອງ​ບູຊາ​ນັ້ນ ແມ່ນ​ຕາມ​ກໍລະນີ​ດັ່ງ​ຕໍ່ໄປນີ້: ຖ້າ​ຜູ້ໜຶ່ງ​ຖືກ​ສານ​ເອີ້ນ​ໄປ​ໃຫ້​ການ ແລະ​ບໍ່​ຍອມ​ບອກ​ເລື່ອງ​ທີ່​ຕົນ​ໄດ້​ຮູ້ ໄດ້​ເຫັນ ແລະ​ໄດ້ຍິນ, ລາວ​ຕ້ອງ​ໄດ້​ຮັບ​ໂທດ​ໃນ​ຖານ​ຜູ້​ກະທຳ​ຜິດ.


ແລະ​ເພື່ອ​ເປັນ​ການ​ໄຖ່​ໂທດ​ສຳລັບ​ບາບ​ນັ້ນ ລາວ​ຕ້ອງ​ນຳ​ແກະແມ່​ຫລື​ແບ້​ແມ່​ໂຕໜຶ່ງ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ປະໂຣຫິດ​ຈະ​ເປັນ​ຜູ້​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ແຕ່​ຈະ​ຕ້ອງ​ເຮັດ​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ​ໃນ​ບ່ອນ​ສັກສິດ​ຄື: ທີ່​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ເຮົາ​ໄດ້​ໃຫ້​ເຄື່ອງ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ບູຊາ​ດ້ວຍ​ໄຟ​ນັ້ນ ເປັນ​ຂອງ​ປະໂຣຫິດ. ມັນ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ ເໝືອນກັນ​ກັບ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ພຣະເຈົ້າຢາເວ​ໄດ້​ມອບ​ກົດບັນຍັດ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ


ແຕ່​ເຄື່ອງ​ບູຊາ​ໄຖ່​ບາບ​ທີ່​ໄດ້ນຳ​ເອົາ​ເລືອດ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນ​ສະຖານທີ່​ສັກສິດ​ແລ້ວ ຢ່າ​ໄດ້​ກິນ​ຊີ້ນ​ສັດ​ນັ້ນ​ແຕ່​ໃຫ້​ເຜົາ​ໄຟ​ເສຍ.


ຕໍ່ໄປນີ້ ແມ່ນ​ລະບຽບ​ການ​ສຳລັບ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ ຊຶ່ງ​ເປັນ​ການ​ຖວາຍ​ອັນ​ສັກສິດ​ທີ່ສຸດ.


ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ປະໂຣຫິດ​ກິນ​ຊີ້ນ​ສັດ​ທີ່​ຖວາຍ​ແລ້ວ​ນັ້ນ​ໄດ້, ແຕ່​ຕ້ອງ​ກິນ​ໃນ​ບ່ອນ​ສັກສິດ ເພາະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.


ລະບຽບ​ການ​ຂໍ້​ໜຶ່ງ​ທີ່​ໃຊ້​ປະຕິບັດ​ກັບ​ການ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເພື່ອ​ຊົດໃຊ້​ແທນຄືນ​ຄື: ຊີ້ນ​ສັດ​ນັ້ນ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ.


ພວກເຈົ້າ​ຕ້ອງ​ກິນ​ສິ່ງ​ເຫຼົ່ານີ້​ຢູ່​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ມີ​ພຽງແຕ່​ຜູ້ຊາຍ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ເປັນ​ຂອງ​ບໍຣິສຸດ.


“ບັນດາ​ປະໂຣຫິດ​ຈາກ​ເຜົ່າເລວີ ຈະ​ບໍ່ໄດ້​ຮັບ​ສ່ວນແບ່ງ​ໃນ​ດິນແດນ​ອິດສະຣາເອນ, ແຕ່​ພວກເຂົາ​ຈະ​ດຳລົງ​ຊີວິດ​ຢູ່​ໂດຍ​ເຄື່ອງ​ຖວາຍ​ຕ່າງໆ ແລະ​ເຄື່ອງ​ບູຊາ​ອື່ນໆ​ທີ່​ປະຊາຊົນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka