Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:8 - ພຣະຄຳພີສັກສິ

8 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ຈົດຈຳ​ໄວ້​ວ່າ​ເຮົາ​ໄດ້​ມອບ​ເຄື່ອງ​ຖວາຍ​ພິເສດ​ທຸກສິ່ງ​ທີ່​ບໍ່ໄດ້​ເຜົາບູຊາ ທີ່​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ແກ່​ເຮົາ​ໃຫ້​ແກ່​ເຈົ້າ. ເຮົາ​ໄດ້​ມອບ​ສິ່ງ​ນັ້ນ​ທັງໝົດ​ໃຫ້​ເປັນ​ສ່ວນແບ່ງ​ແກ່​ເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ຕະຫລອດໄປ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:8
32 Jak'a apnaqawi uñst'ayäwi  

ເງິນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ຊຳລະຄືນ ແລະ​ໄດ້​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ລຶບລ້າງ​ບາບ​ນັ້ນ ບໍ່ແມ່ນ​ເງິນ​ທີ່​ນຳມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ເງິນ​ສ່ວນ​ນີ້​ເປັນ​ຂອງ​ພວກ​ປະໂຣຫິດ.


ນອກຈາກນີ້​ອີກ ກະສັດ​ຍັງ​ບອກ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ໃຫ້​ນຳ​ເຄື່ອງ​ຖວາຍ​ຊຶ່ງ​ໄດ້​ກຳນົດ​ໄວ້​ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ນັ້ນ​ມາ ເພື່ອ​ພວກເຂົາ​ຈະ​ໄດ້​ອຸທິດ​ເວລາ​ທັງໝົດ​ໃສ່​ການ​ປະຕິບັດ ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.


ພໍ​ກະສັດ​ໄດ້​ປະກາດ​ອອກ​ເທົ່ານັ້ນ ປະຊາຊົນ​ອິດສະຣາເອນ​ກໍໄດ້​ນຳ​ຂອງຂວັນ​ມາ​ຖວາຍ​ດັ່ງນີ້: ເຂົ້າ​ເມັດ​ງາມ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ນໍ້າເຜິ້ງ ແລະ​ພືດຜົນ​ຊະນິດ​ຕ່າງໆ​ຈາກ​ທົ່ງນາ ແລະ​ພວກເຂົາ​ຍັງ​ໄດ້​ນຳ​ໜຶ່ງສ່ວນສິບ ຂອງ​ສັບພະທຸກສິ່ງ​ທີ່​ພວກເຂົາ​ມີ ມາ​ຖວາຍ​ຄືກັນ.


ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”


ຈົ່ງ​ເອົາ​ເລືອດ​ສ່ວນ​ໜຶ່ງ​ເທິງ​ແທ່ນບູຊາ ແລະ​ນໍ້າມັນ​ສັກສິດ ຊິດ​ໃສ່​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ລາວ ແລະ​ຊິດ​ໃສ່​ພວກ​ລູກຊາຍ​ຂອງ​ລາວ ຕະຫລອດ​ທັງ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ດ້ວຍ ແລ້ວ​ລາວ​ເອງ​ພ້ອມ​ກັບ​ພວກ​ລູກຊາຍ ແລະ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອຸທິດ​ຖວາຍ​ແກ່​ເຮົາ​ທັງໝົດ.


ອັນ​ນີ້​ແມ່ນ​ການ​ຕັດສິນໃຈ​ທີ່​ບໍ່​ປ່ຽນແປງ​ຂອງເຮົາ. ເວລາ​ທີ່​ປະຊາຊົນ​ຂອງເຮົາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະ​ໃຫ້​ເປັນ​ສ່ວນ​ຂອງ​ປະໂຣຫິດ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຂອງ​ປະຊາຊົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ.


ເມື່ອ​ປະໂຣຫິດ​ອາໂຣນ​ຕາຍໄປ ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ລາວ​ນັ້ນ ຕ້ອງ​ມອບ​ໃຫ້​ແກ່​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ໃສ່ ເມື່ອ​ໄດ້​ຮັບ​ສະຖາປະນາ​ໃຫ້​ເປັນ​ປະໂຣຫິດ.


ຈົ່ງ​ນຸ່ງ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ອາໂຣນ ແລະ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ລາວ; ໂດຍ​ວິທີ​ນີ້ແຫລະ ລາວ​ຈະ​ໄດ້​ອຸທິດ​ຕົນ​ເພື່ອ​ເຂົ້າ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ


ແລ້ວ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ພວກເຂົາ ເໝືອນກັນ​ກັບ​ໄດ້​ຫົດສົງ​ພໍ່​ຂອງ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ຄື​ກັນ​ກັບ​ພໍ່​ຂອງ​ພວກເຂົາ. ການ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ນີ້​ແມ່ນ​ການ​ສະຖາປະນາ​ພວກເຂົາ ໃຫ້​ເປັນ​ປະໂຣຫິດ​ຕະຫລອດໄປ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຖືກ​ປົດປ່ອຍ​ອອກ​ຈາກ​ອຳນາດ​ຂອງ​ອັດຊີເຣຍ ແລະ​ແອກ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ພາລະໜັກ​ສຳລັບ​ພວກເຈົ້າ​ອີກ​ຕໍ່ໄປ.”


ສ່ວນ​ມະຫາ​ປະໂຣຫິດ​ນັ້ນ ແມ່ນ​ຜູ້ໜຶ່ງ​ທີ່​ໄດ້​ຮັບ​ການ​ຫົດສົງ​ສະຖາປະນາ​ດ້ວຍ​ນໍ້າມັນ​ເຈີມ​ສັກສິດ​ໃສ່​ເທິງ​ຫົວ ແລະ​ທັງ​ໄດ້​ຖືກ​ສະຖາປະນາ​ໃຫ້​ນຸ່ງ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃນ​ທ່າມກາງ​ພີ່ນ້ອງ​ຂອງຕົນ. ສະນັ້ນ ລາວ​ຈຶ່ງ​ບໍ່​ຕ້ອງ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ ຫລື​ຈີກ​ເຄື່ອງນຸ່ງ​ຂອງຕົນ​ເປັນ​ການ​ໄວ້ທຸກ.


ປະໂຣຫິດ​ຈະ​ຕ້ອງ​ນຳ​ເຄື່ອງ​ບູຊາ​ນີ້​ແກວ່ງໄປ​ແກວ່ງມາ ພ້ອມ​ກັບ​ລູກແກະ​ສອງ​ໂຕ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ເຄື່ອງ​ຖວາຍ​ເຫຼົ່ານີ້​ແມ່ນ​ເຄື່ອງ​ຖວາຍ​ບູຊາ​ສັກສິດ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.


ພວກ​ປະໂຣຫິດ​ຈະ​ກິນ​ຂອງ​ທີ່​ເຫຼືອ​ນັ້ນ​ກໍໄດ້,


ທຸກຍຸກ​ທຸກສະໄໝ​ສືບ​ໄປ ເຊື້ອສາຍ​ອາໂຣນ​ຜູ້​ທີ່​ເປັນ​ເພດ​ຊາຍ​ຈະ​ກິນ​ສິ່ງ​ນີ້​ໄດ້ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ. ຄົນອື່ນ​ທີ່​ແຕະຕ້ອງ​ອາຫານ​ທີ່​ໄດ້​ຖວາຍ​ນັ້ນ ຈະ​ໄດ້​ຮັບ​ອັນຕະລາຍ​ຈາກ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ.


ສຳລັບ​ການ​ສະຖາປະນາ​ປະໂຣຫິດ​ຜູ້​ທີ່​ຖືກ​ເຈີມ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ. ໃນ​ມື້​ທີ່​ລາວ​ໄດ້​ຮັບ​ສະຖາປະນາ​ນັ້ນ ລາວ​ຈະ​ຕ້ອງ​ຖວາຍ​ແປ້ງເຂົ້າ​ສອງ​ກິໂລກຼາມ​ແກ່​ພຣະເຈົ້າຢາເວ (ຈຳນວນ​ເທົ່າ​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ປະຈຳ​ວັນ) ຄື: ເຄິ່ງ​ໜຶ່ງ​ໃນ​ຕອນເຊົ້າ​ແລະ​ອີກ​ເຄິ່ງ​ໜຶ່ງ​ໃນ​ຕອນແລງ.


ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍບູຊາ ຈະ​ກິນ​ຊີ້ນ​ສັດ​ນັ້ນ​ໄດ້​ໃນ​ບ່ອນ​ສັກສິດ ຄື​ໃນ​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ລາວ​ຈະ​ຕ້ອງ​ເອົາ​ເຂົ້າຈີ່​ສ່ວນ​ໜຶ່ງ​ຂອງ​ແຕ່ລະ​ຊະນິດ ຖວາຍ​ແກ່​ພຣະເຈົ້າຢາເວ; ສ່ວນ​ນີ້​ຈະ​ເປັນ​ຂອງ​ປະໂຣຫິດ​ຜູ້​ເອົາ​ເລືອດ​ສັດ​ໄປ​ຊິດ​ໃສ່​ແທ່ນບູຊາ.


ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ຕໍ່ໄປນີ້


ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ປະໂຣຫິດ​ກິນ​ຊີ້ນ​ສັດ​ທີ່​ຖວາຍ​ແລ້ວ​ນັ້ນ​ໄດ້, ແຕ່​ຕ້ອງ​ກິນ​ໃນ​ບ່ອນ​ສັກສິດ ເພາະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.


ໂມເຊ​ໄດ້​ເອົາ​ນໍ້າມັນ​ສັກສິດ​ແລະ​ເລືອດ​ບາງ​ສ່ວນ​ທີ່​ແທ່ນບູຊາ​ນັ້ນ ຊິດ​ໃສ່​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຊິດ​ໃສ່​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ. ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ພ້ອມ​ທັງ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ.


ເຄື່ອງ​ຖວາຍ​ອັນ​ບໍຣິສຸດ​ທີ່ສຸດ ຊຶ່ງ​ບໍ່ໄດ້​ຖືກ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ຂອງ​ເຈົ້າ ແລະ​ມີ​ດັ່ງ​ຕໍ່ໄປນີ້: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ໃນ​ການ​ໃຊ້ແທນຄືນ. ທຸກໆ​ສິ່ງ​ທີ່​ໄດ້​ຖວາຍ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ເຮົາ​ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຂອງ​ເຈົ້າ.


ເຊັ່ນດຽວ​ກັນ ການ​ຖວາຍ​ແກວ່ງໄປ​ແກວ່ງມາ​ທຸກ​ເທື່ອ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ ຈະ​ເປັນ​ຂອງ​ປະໂຣຫິດ​ຜູ້​ປະກອບ​ພິທີ​ລຶບລ້າງ​ບາບ.


ແນ່ນອນ​ພວກເຈົ້າ​ກໍ​ຮູ້​ວ່າ ຜູ້​ທີ່​ເຮັດ​ວຽກ​ໃນ​ພຣະວິຫານ ກໍໄດ້​ອາຫານ​ຈາກ​ພຣະວິຫານ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ເທິງ​ແທ່ນບູຊາ ກໍໄດ້​ຮັບ​ສ່ວນ​ແບ່ງ​ຂອງ​ເຄື່ອງ​ຖວາຍ​ນັ້ນ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ດຽວ ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ ແລະ​ທີ່​ນັ້ນ​ພວກເຈົ້າ​ຕ້ອງ​ນຳ​ເອົາ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ ໄປ​ຖວາຍ​ແກ່​ພຣະອົງ​ດັ່ງນີ້: ສັດ​ສຳລັບ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ຕ່າງໆ, ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ພ້ອມ​ທັງ​ເຄື່ອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ໄດ້​ສັນຍາ ວ່າ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ.


ໃນ​ທີ່ນັ້ນ ພວກເຈົ້າ​ຕ້ອງ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ ຖວາຍ​ເຄື່ອງ​ບູຊາ​ຕ່າງໆ, ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ເຄື່ອງ​ທີ່​ໄດ້​ສັນຍາ​ຖວາຍ, ເຄື່ອງ​ຖວາຍ​ຕາມ​ໃຈ​ສະໝັກ ແລະ​ລູກຫົວປີ​ຂອງ​ງົວ​ແລະ​ຂອງ​ແກະ​ທຸກ​ໂຕ.


“ບັນດາ​ປະໂຣຫິດ​ຈາກ​ເຜົ່າເລວີ ຈະ​ບໍ່ໄດ້​ຮັບ​ສ່ວນແບ່ງ​ໃນ​ດິນແດນ​ອິດສະຣາເອນ, ແຕ່​ພວກເຂົາ​ຈະ​ດຳລົງ​ຊີວິດ​ຢູ່​ໂດຍ​ເຄື່ອງ​ຖວາຍ​ຕ່າງໆ ແລະ​ເຄື່ອງ​ບູຊາ​ອື່ນໆ​ທີ່​ປະຊາຊົນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ຈົ່ງ​ກ່າວ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ວ່າ, ‘ບໍ່ມີ​ໜຶ່ງສ່ວນສິບ​ອັນ​ສັກສິດ​ໃດໆ​ເຫຼືອ​ຢູ່​ໃນ​ເຮືອນ; ຂ້ານ້ອຍ​ນຳ​ມາ​ມອບ​ໃຫ້​ຊາວ​ເລວີ, ຊາວ​ຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ຂ້ານ້ອຍ​ບໍ່ໄດ້​ຝ່າຝືນ​ຫລື​ລືມໄລ​ຕໍ່​ຂໍ້ຄຳສັ່ງ​ໃດໆ ເຖິງ​ການ​ຖວາຍ​ໜຶ່ງສ່ວນສິບ​ນີ້​ເລີຍ.


ພຣະອົງ​ຊົງ​ຮັກ​ຄວາມ​ຊອບທຳ ແລະ​ຊົງ​ກຽດຊັງ​ສິ່ງ​ອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າ​ຂອງ​ພຣະອົງ ໄດ້​ຊົງ​ຫົດສົງ​ພຣະອົງ​ໄວ້ ດ້ວຍ​ນໍ້າມັນ​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ຫລາຍກວ່າ​ເພື່ອນ​ທັງຫຼາຍ ຂອງ​ພຣະອົງ.”


ແຕ່​ຝ່າຍ​ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ຫົດສົງ​ຈາກ​ພຣະອົງ ຜູ້​ຊົງ​ບໍຣິສຸດ​ແລ້ວ, ພວກເຈົ້າ​ທຸກຄົນ​ກໍ​ມີ​ຄວາມຮູ້.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ການ​ຊົງ​ຫົດສົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ສອນ​ອີກ, ເພາະ​ການ​ຊົງ​ຫົດສົງ​ຂອງ​ພຣະອົງ ກຳລັງ​ສັ່ງສອນ​ພວກເຈົ້າ​ເຖິງ​ທຸກສິ່ງ ແລະ​ເປັນ​ຄວາມຈິງ ບໍ່ແມ່ນ​ຄວາມ​ຕົວະ. ການ​ຊົງ​ຫົດສົງ​ໄດ້​ຊົງ​ສອນ​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka