ຈົດບັນຊີ 18:7 - ພຣະຄຳພີສັກສິ7 ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສຳເລັດ. ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕຳແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ ຈະໄດ້ຮັບໂທດເຖິງຕາຍ.” Uka jalj uñjjattʼäta |
“ແຕ່ພວກປະໂຣຫິດຊາວເລວີຜູ້ທີ່ສືບເຊື້ອສາຍຈາກຊາດົກ ໄດ້ສືບຕໍ່ຮັບໃຊ້ເຮົາໃນພຣະວິຫານຢ່າງສັດຊື່ ໃນເມື່ອປະຊາຊົນອື່ນໆໄດ້ຫັນໜ້າໜີໄປຈາກເຮົາ. ສະນັ້ນ ຕໍ່ໄປນີ້ແມ່ນພວກເຂົາເທົ່ານັ້ນ ທີ່ຈະໄດ້ເຂົ້າມາຊ້ອງໜ້າເຮົາ ເພື່ອຖວາຍໄຂມັນ ແລະເລືອດເປັນເຄື່ອງບູຊາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນອ້າຍຂອງເຈົ້າວ່າ ລາວຈະເຂົ້າໄປເບື້ອງຫລັງຜ້າກັ້ງຕໍ່ໜ້າພຣະທີ່ນັ່ງແຫ່ງພຣະຄຸນໃນເວລາກຳນົດໃຫ້ເທົ່ານັ້ນຄື: ໃນບ່ອນສັກສິດທີ່ສຸດ; ເພາະວ່າທີ່ນັ້ນແມ່ນບ່ອນທີ່ເຮົາປາກົດໃນເມກ ເໜືອຝາອັດຫີບພັນທະສັນຍາ. ຖ້າລາວບໍ່ເຊື່ອຟັງ ລາວຈະຕ້ອງຕາຍ.
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.
ແຕ່ສຳລັບພວກເລວີແລ້ວ ພວກເຂົາຈະບໍ່ໄດ້ຮັບດິນແດນສ່ວນໃດໆເໝືອນດັ່ງພວກເຈົ້າ ເພາະສ່ວນຂອງພວກເຂົາແມ່ນຮັບໃຊ້ພຣະເຈົ້າຢາເວໃນຖານະເປັນປະໂຣຫິດ. ສ່ວນເຜົ່າກາດ, ເຜົ່າຣູເບັນ ແລະເຜົ່າມານາເຊຕາເວັນອອກນັ້ນໄດ້ຮັບດິນແດນ ທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນແລ້ວ ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ.”