ຈົດບັນຊີ 18:5 - ພຣະຄຳພີສັກສິ5 ເຈົ້າແລະພວກລູກຊາຍຂອງເຈົ້າເທົ່ານັ້ນ ຈະຕ້ອງຮັບຜິດຊອບຕໍ່ບ່ອນສັກສິດແລະຕໍ່ແທ່ນບູຊາ ເພື່ອຄວາມໂກດຮ້າຍຂອງເຮົາຈະບໍ່ໄດ້ຕົກຖືກປະຊາຊົນອິດສະຣາເອນອີກ. Uka jalj uñjjattʼäta |
ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.”
“ແຕ່ພວກປະໂຣຫິດຊາວເລວີຜູ້ທີ່ສືບເຊື້ອສາຍຈາກຊາດົກ ໄດ້ສືບຕໍ່ຮັບໃຊ້ເຮົາໃນພຣະວິຫານຢ່າງສັດຊື່ ໃນເມື່ອປະຊາຊົນອື່ນໆໄດ້ຫັນໜ້າໜີໄປຈາກເຮົາ. ສະນັ້ນ ຕໍ່ໄປນີ້ແມ່ນພວກເຂົາເທົ່ານັ້ນ ທີ່ຈະໄດ້ເຂົ້າມາຊ້ອງໜ້າເຮົາ ເພື່ອຖວາຍໄຂມັນ ແລະເລືອດເປັນເຄື່ອງບູຊາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ຕໍ່ມາ ໂມເຊໄດ້ກ່າວກັບອາໂຣນ ແລະເອເລອາຊາແລະອີທາມາ ລູກຊາຍຂອງອາໂຣນວ່າ, “ຢ່າປ່ອຍຜົມໃຫ້ຫຍຸ້ງຫລືຈີກເຄື່ອງນຸ່ງຫົ່ມ ເພື່ອສະແດງວ່າພວກເຈົ້າກຳລັງໄວ້ທຸກ. ຖ້າພວກເຈົ້າເຮັດ ພວກເຈົ້າກໍຈະຕາຍ ແລະພຣະເຈົ້າຢາເວຈະໂກດຮ້າຍ ແລະລົງໂທດຊຸມຊົນທັງໝົດນີ້. ແຕ່ໃຫ້ພີ່ນ້ອງຊາວອິດສະຣາເອນຄົນອື່ນໆພາກັນໄວ້ທຸກ ຍ້ອນການຕາຍດ້ວຍໄຟທີ່ພຣະເຈົ້າຢາເວໄດ້ສົ່ງມາ.