4 ພວກເຂົາຈະເຮັດວຽກກັບເຈົ້າ ແລະຮັບຜິດຊອບໜ້າທີ່ທຸກຢ່າງໃນຫໍເຕັນບ່ອນຊຸມນຸມ, ແຕ່ຢ່າເອົາຄົນທີ່ຂາດຄຸນສົມບັດມາເຮັດວຽກການນຳເຈົ້າ.
ເຮົາໄດ້ມອບວຽກອັນຕໍ່າທີ່ສຸດໃນພຣະວິຫານໃຫ້ພວກເຂົາເຮັດ.”
ເມື່ອພວກເຈົ້າຍົກຍ້າຍຄ້າຍພັກເທື່ອໃດ ພວກເລວີກໍຈະມ້າງຫໍເຕັນສັກສິດລົງ ແລະຕັ້ງຂຶ້ນອີກຢູ່ໃນຄ້າຍພັກບ່ອນໃໝ່ເທື່ອນັ້ນ. ຜູ້ໃດຜູ້ໜຶ່ງທີ່ເຂົ້າມາໃກ້ຫໍເຕັນສັກສິດ ຈະໄດ້ຮັບໂທດເຖິງຕາຍ.
ສ່ວນພວກເລວີນັ້ນ ພວກເຂົາຈະຕ້ອງຕັ້ງຄ້າຍອ້ອມຮອບຫໍເຕັນສັກສິດແຫ່ງພັນທະສັນຍາໄວ້ ເພື່ອຈະບໍ່ມີໃຜເຂົ້າມາໃກ້ ແລະກໍ່ເຫດໃຫ້ມີຄວາມໂກດຮ້າຍຕໍ່ຊຸມຊົນອິດສະຣາເອນໄດ້. ໃຫ້ພວກເລວີເຝົ້າຮັກສາຫໍເຕັນສັກສິດແຫ່ງພັນທະສັນຍາໄວ້.”
ໃຫ້ພວກເຂົາເຮັດວຽກເພື່ອເຈົ້າ ແລະຮັບຜິດຊອບໜ້າທີ່ໃນຫໍເຕັນ, ແຕ່ຢ່າໃຫ້ພວກເຂົາເຂົ້າໃກ້ສິ່ງໃດໆໃນບ່ອນສັກສິດຂອງເຮົາຫລືໃກ້ແທ່ນບູຊາ. ຖ້າພວກເຂົາຫາກຂືນເຮັດທັງເຂົາ ແລະເຈົ້າເອງຈະໄດ້ຮັບໂທດເຖິງຕາຍ.
ເຈົ້າແລະພວກລູກຊາຍຂອງເຈົ້າເທົ່ານັ້ນ ຈະຕ້ອງຮັບຜິດຊອບຕໍ່ບ່ອນສັກສິດແລະຕໍ່ແທ່ນບູຊາ ເພື່ອຄວາມໂກດຮ້າຍຂອງເຮົາຈະບໍ່ໄດ້ຕົກຖືກປະຊາຊົນອິດສະຣາເອນອີກ.
ເຈົ້າຈະຕ້ອງສະຖາປະນາອາໂຣນແລະພວກລູກຊາຍຂອງລາວໃຫ້ເຮັດໜ້າທີ່ປະໂຣຫິດ; ຖ້າຜູ້ໃດຜູ້ໜຶ່ງຫາກພະຍາຍາມຈະເຮັດໜ້າທີ່ນີ້ຈະໄດ້ຮັບໂທດເຖິງຕາຍ.”
ສຳລັບສ່ວນຂອງຊຸມຊົນນັ້ນເໝືອນກັນ ໃຫ້ຫັກເອົາໜຶ່ງໃນຫ້າສິບ ມອບໃຫ້ແກ່ພວກເລວີທີ່ເບິ່ງແຍງຫໍເຕັນສັກສິດຂອງພຣະເຈົ້າຢາເວ ບໍ່ວ່າເປັນຊະເລີຍ, ງົວ, ລໍ, ແກະ ແລະແບ້ກໍດີ.”
ຫລັງຈາກນັ້ນແລ້ວ ພວກເຂົາອາດຊ່ວຍພີ່ນ້ອງເລວີຄົນອື່ນໆເຮັດໜ້າທີ່ຮັກສາໃນຫໍເຕັນບ່ອນຊຸມນຸມກໍໄດ້; ແຕ່ຢ່າໃຫ້ພວກເຂົາປະຕິບັດໜ້າທີ່ໂດຍຕົນເອງ. ອັນນີ້ ແມ່ນຂໍ້ບັງຄັບໃນການກຳນົດໜ້າທີ່ໃຫ້ພວກເລວີເຮັດ.”
ພຣະເຈົ້າຢາເວໄດ້ຂ້າຊາວເມືອງເບັດເຊເມດເຈັດສິບຄົນ ຍ້ອນພວກເຂົາຊ່ອງເບິ່ງຫີບຂອງພຣະເຈົ້າຢາເວ. ປະຊາຊົນໄດ້ໄວ້ທຸກໃຫ້ ເພາະພຣະເຈົ້າຢາເວໄດ້ໃຫ້ເກີດການເຂັ່ນຂ້າເປັນໝູ່ຢ່າງໜັກໃນທ່າມກາງພວກເຂົາ.