Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:32 - ພຣະຄຳພີສັກສິ

32 ພວກເຈົ້າ​ບໍ່ມີ​ຄວາມຜິດ​ໃນ​ຂອງ​ຖວາຍ ເມື່ອ​ພວກເຈົ້າ​ກິນ​ສ່ວນ​ທີ່​ໄດ້​ຮັບ​ນັ້ນ. ແຕ່​ຢ່າ​ເຮັດ​ໃຫ້​ຂອງ​ຖວາຍ​ທີ່​ຊາວ​ອິດສະຣາເອນ​ຖື​ວ່າ​ບໍຣິສຸດ​ນັ້ນ​ເປັນ​ມົນທິນ ໂດຍ​ກິນ​ສ່ວນໃດ​ສ່ວນໜຶ່ງ​ກ່ອນ​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຮັດ ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 18:32
10 Jak'a apnaqawi uñst'ayäwi  

ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”


ຜູ້ໃດ​ຜູ້ໜຶ່ງ​ທີ່​ກິນ​ຊີ້ນ​ນັ້ນ ຈະ​ມີ​ຄວາມຜິດ​ເພາະ​ເຂົາ​ໄດ້​ເຮັດ​ໃຫ້​ສິ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ເຮົາ​ຈະ​ບໍ່​ຖື​ຄົນ​ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ພວກເຈົ້າ​ບໍ່​ຕ້ອງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມຊື່​ອັນ​ບໍຣິສຸດ​ຂອງເຮົາ; ສະນັ້ນ ຈົ່ງ​ພາກັນ​ແຍກ​ອອກ​ຈາກ​ເຄື່ອງ​ຖວາຍ​ອັນ​ສັກສິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ເຮົາ​ນີ້​ດ້ວຍ​ຄວາມ​ຢຳເກງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ກໍ​ຢ່າງນີ້​ແຫລະ ຄື​ໂດຍ​ນຳ​ເອົາ​ອາຫານ​ທີ່​ເປັນ​ມົນທິນ​ມາ​ທີ່​ແທ່ນບູຊາ​ຂອງເຮົາ. ແລ້ວ​ພວກເຈົ້າ​ກໍ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ຂາດ​ການ​ນັບຖື​ພຣະອົງ​ຢ່າງໃດ​ແດ່?’ ເຮົາ​ຈະ​ບອກ​ໃຫ້​ພວກເຈົ້າ​ຮູ້​ກໍໄດ້ ຄື​ໂດຍ​ສະແດງ​ການ​ຫຍໍ້ຫຍັນ​ຕໍ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.


ຊາວ​ອິດສະຣາເອນ​ຄົນອື່ນໆ​ບໍ່​ຕ້ອງ​ເຂົ້າ​ມາ​ໃກ້​ຫໍເຕັນ​ບ່ອນ​ຊຸມນຸມ ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ.


ພວກເຈົ້າ​ແລະ​ຄອບຄົວ​ຈະ​ເອົາ​ໄປ​ກິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ກໍໄດ້ ເພາະວ່າ​ແມ່ນ​ຄ່າຈ້າງ​ສຳລັບ​ວຽກງານ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ແລະ​ອາໂຣນ​ວ່າ,


ເຫດສະນັ້ນ ຖ້າ​ຜູ້ໃດ​ກິນ​ເຂົ້າຈີ່ ຫລື​ດື່ມ​ຈາກ​ຈອກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ບໍ່​ສົມຄວນ ຜູ້ນັ້ນ​ກໍ​ຜິດ​ຕໍ່​ພຣະກາຍ ແລະ​ຕໍ່​ພຣະ​ໂລຫິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ດ້ວຍວ່າ, ຜູ້​ກິນ​ແລະ​ດື່ມ ໂດຍ​ບໍ່ໄດ້​ສັງເກດ​ເຖິງ​ພຣະກາຍ ກໍ​ກິນ​ແລະ​ດື່ມ​ເປັນ​ເຫດ​ໃຫ້​ຕົນ​ຖືກ​ພິພາກສາ​ລົງໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka