31 ພວກເຈົ້າແລະຄອບຄົວຈະເອົາໄປກິນບ່ອນໃດບ່ອນໜຶ່ງກໍໄດ້ ເພາະວ່າແມ່ນຄ່າຈ້າງສຳລັບວຽກງານທີ່ພວກເຈົ້າໄດ້ເຮັດໃນຫໍເຕັນບ່ອນຊຸມນຸມ.
ເມື່ອພວກເຈົ້າໄດ້ຖວາຍສ່ວນທີ່ດີທີ່ສຸດແລ້ວ ພວກເຈົ້າກໍຮັກສາສ່ວນທີ່ເຫຼືອນັ້ນໄວ້ໄດ້ ເໝືອນກັນກັບຊາວສວນໄດ້ຮັກສາສິ່ງທີ່ເຫຼືອໄວ້ ຫລັງຈາກທີ່ພວກເຂົາໄດ້ຖວາຍແລ້ວ.
ພວກເຈົ້າບໍ່ມີຄວາມຜິດໃນຂອງຖວາຍ ເມື່ອພວກເຈົ້າກິນສ່ວນທີ່ໄດ້ຮັບນັ້ນ. ແຕ່ຢ່າເຮັດໃຫ້ຂອງຖວາຍທີ່ຊາວອິດສະຣາເອນຖືວ່າບໍຣິສຸດນັ້ນເປັນມົນທິນ ໂດຍກິນສ່ວນໃດສ່ວນໜຶ່ງກ່ອນຖວາຍສ່ວນທີ່ດີທີ່ສຸດ ຖ້າພວກເຈົ້າຫາກຂືນເຮັດ ພວກເຈົ້າຈະໄດ້ຮັບໂທດເຖິງຕາຍ.”
ຢ່າເອົາຖົງໄປໃສ່ເຄື່ອງຂອງຕາມທາງ ຫລືເຄື່ອງນຸ່ງຫົ່ມໄປ ຫລືເກີບ ຫລືໄມ້ເທົ້າໄປນຳ, ເພາະຄົນງານກໍສົມຄວນໄດ້ຮັບອາຫານກິນ.”
ຈົ່ງຢູ່ໃນເຮືອນຫລັງນັ້ນ ກິນແລະດື່ມຕາມທີ່ເຂົາມີຢູ່. ດ້ວຍວ່າ, ຄົນງານກໍຄວນຈະໄດ້ຮັບຄ່າແຮງງານຂອງຕົນ ຢ່າຍ້າຍຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ.
ເພາະວ່າ, ເຈົ້າທັງຫລາຍເສຍປຽບຕໍ່ຄຣິສຕະຈັກອື່ນໆໃນຂໍ້ໃດແດ່? ເວັ້ນໄວ້ແຕ່ໃນຂໍ້ນີ້ ຄືເຮົາບໍ່ໄດ້ເປັນພາລະອັນໜັກແກ່ພວກເຈົ້າ ການຜິດນັ້ນຂໍໃຫ້ອະໄພໂທດແກ່ເຮົາແດ່ທ້ອນ.
ຄົນທີ່ຮັບພຣະທຳຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສັ່ງສອນຕົນ.